ນໍ້າປຽນ ຢໍລະປາ ເປັນສາຂາໜື່ງຂອງ ນໍ້າກັດ ຢໍລະປາ ເຊິ່ງຕັ້ງຢູ່ ບ້ານຊຽງແລທ່າ ເມືອງປາກງືມ ກຳແພງນະຄອນ ( ພູເຂົາຄວາຍ )

ສະຖານທີ່ທອງທ່ຽວແຫ່ງໃໝ່ນີ້ກວມເອົາເນື້ອທີ່ທັງໝົດຂອງປ່າສະຫງວນນໍ້າປຽນມີປະມານ 140 ເຮັກຕ່າ ເຊິງມີກິດຈະກຳແບບປະຈົນໄພຕ່າງໆປະມານ 8 ະນິດ ລວມມີ ການຂີ່ລົດ ATV( ລົດຈັກ 4 ກົງ) ທີ່ສະດວກໃນການທ່ຽວຊົມປ່າສະຫງວນແຫ່ງຊາດ ນໍ້າປຽນ ແລະ ເພີດເພີນກັບການຍ່າງຂ້າມຂົວຕານ່າງແມງມູມຂ້າມແມ່ນໍ້າ. ທ່ານສາມາດຊົມທິວທັດອັນງົດງາມຂອງທຳມະຊາດ ໂດຍສະເພາະ ນໍ້າຕົກຕາດທີ່ສວຍສົດງົດງາມ, ພົບປະ ແລະ ສໍາພັດກັບການບໍລິການຂອງພະນັກງານທີ່ນໍ້າປຽນຢໍລະປາ.

ນໍ້າປຽນຢໍລະປາ ແມ່ນໜ່ວຍງານໜື່ງຂອງ FACET, ເຊິ່ງເປີດກິດຈະກຳຕ່າງໆໄປຕາມແມ່ນກັດປ່າສະຫງວນແຫ່ງຊາດ, ເຊິ່ງຕັ້ງຢູ່ແຂວງອຸດົມໄຊ ພາກເໜືອຂອງລາວ. ບໍລິເວນນີ້ເປັນສະຖານທີນິຍົມ ແລະມີທັດສະນີຍະພາບທີ່ງົດງາມຫຼາຍທີ່ສຸດໃນການທ່ອງທ່ຽວທາງທຳມະຊາດໃນລາວ ແລະ ອາຊີຕາເວັນອອກສ່ຽງໃຕ້, ໂດຍມີບໍລິສັດທອງທ່ຽວເຊີງນິເວດວິທະຍາເພື່ອອານຸລັກພື້ນທີ່ ໃຫ້ບໍລິການທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະບໍ່ມີຜົນກະທົບ ໃນໂຂງເຂດປ່າສະຫງວນແຫ່ງຊາດ ນໍ້າກັດ ຢໍລະປາ. ຖ້າທ່ານໃດມີຄວາມສົນໃຈຢາກສຳພັດກັບຄວາມມະຫັດສະຈັນ ແລະ ຄວາມງາມຂອງທຳມະຊາດ, ການປະຈົນໄພທີ່ຫນ້າຕື່ນເຕັ້ນ ຄວາມຫງຽບສະຫງົບທີ່ຫ່າງຈາກຕົວເມືອງ,ໍ້າປຽນ ຢໍລະປາ ແມ່ນສະຖານທີ່ສໍາລັບທ່ານ!

ການເປີດເປັນຈຸດໝາຍປາຍທາງການທ່ອງທ່ຽວແຫ່ງໃໝ່ຂອງນໍ້າປຽນ ຢໍລະປາ ໄດ້ເຮັດໃຫ້ນັກເດີນທາງ ໄດ້ອອກປະຈົນໄພພົບກັບກິດຈະກໍາໃໝ່ຫຼາຍ ໂດຍສະເພາະ ການຂີ່ລົດລຸກທີ່ເປັນກິດຈະກໍາທໍາອິດໃນລາວ.

ເສັ້ນທາງໄປນໍ້າປຽນ ຢໍລະປາ

ຖ້າທ່ານເດີນທາງອອກຈາກນະຄອນຫຼວງວຽງຈັນ ຈະມີ 2 ເສັ້ນທາງທີ່ພາໄປເຖິງບ້ານຊຽງແລ, ເມືອງປາກງືມ- ຜ່ານເສັນທາງເລກທີ 13 ແລະ ຜ່ານເສັ້ນທາງເລກທີ່ 10. ທັງສອງເສັ້ນທາງມີໄລຍະທາງໃກ້ຄຽງກັນ, ແຕ່ພວກເຮົາຂໍແນະນຳທ່ານເດີນທາງໄປເສັ້ນທາງເລກທີ່ 13 ເພາະວ່າເສັ້ນທາງດັ່ງກ່າວເປັນເສັ້ນທາງໃຫ່ຍ ແລະ ສະດວກ ໃຊ້ເວລາພຽງແຕ່ 1 ຊົວໂມງ 3ນາທີ. ຈາກເສັ້ນທາງ Nong Bone, ເດີນທາງໄປຈົນຮອດວົງວຽນ ແລ້ວຂີ່ອອກເສັັັັັັັັັັັັັັັັັັັັັັັັ້ນທາງເລກທີ່ 13. ຫຼັງຈາກນັ້ນກໍ່ເດີນທາງຈົນເຖິງ ບ້ານຊຽງແລທ່າ ເຊິ່ງເປັນສະຖານທີ່ປ່າສະຫງວນແຫ່ງຊາດນໍ້າ. ມ່ວນໆເດີ!