ນໍ້າປຽນ ຢໍລະປາ ເປັນສາຂາໜຶ່ງຂອງ ນໍ້າກັດ ຢໍລະປາ ເຊິ່ງຕັ້ງຢູ່ ບ້ານຊຽງແລທ່າ, ເມືອງປາກງືມ, ນະຄອນຫຼວງວຽງຈັນ (ພູເຂົາຄວາຍ)

ສະຖານທີ່ທ່ອງທ່ຽວແຫ່ງໃໝ່ນີ້ກວມເອົາເນື້ອທີ່ທັງໝົດຂອງປ່າສະຫງວນນໍ້າປຽນມີປະມານ 140 ເຮັກຕາ ເຊິ່ງມີກິດຈະກຳແບບປະຈົນໄພຕ່າງໆປະມານ 8 ຊະນິດ. ລວມມີ ການຂີ່ລົດ ATV (ລົດຈັກ 4 ກົງ) ທີ່ສະດວກໃນການທ່ຽວຊົມປ່າສະຫງວນແຫ່ງຊາດ ນໍ້າປຽນ ແລະ ເພີດເພີນກັບການຍ່າງຂ້າມຂົວຕາໜ່າງແມງມຸມຂ້າມແມ່ນໍ້າ. ທ່ານສາມາດຊົມທິວທັດອັນງົດງາມຂອງທຳມະຊາດ ໂດຍສະເພາະ ນໍ້າຕົກຕາດທີ່່ສວຍງາມ, ພົບປະ ແລະ ສໍາພັດກັບການບໍລິການຂອງພະນັກງານທີ່ນໍ້າປຽນຢໍລະປາ.

ນໍ້າປຽນ ຢໍລະປາ ແມ່ນໜ່ວຍງານໜຶ່ງຂອງ FACET, ເຊິ່ງເປີດກິດຈະກຳຕ່າງໆໄປຕາມ ແມ່ນ້ຳກັດ ປ່າສະຫງວນແຫ່ງຊາດ, ເຊິ່ງຕັ້ງຢູ່ ແຂວງອຸດົມໄຊ ພາກເໜືອຂອງລາວ. ບໍລິເວນນີ້ເປັນສະຖານທີ່ທີ່ມີຄວາມນິຍົມ ແລະ ມີທັດສະນີຍະພາບທີ່ງົດງາມຫຼາຍທີ່ສຸດໃນການທ່ອງທ່ຽວທາງທຳມະຊາດໃນລາວ ແລະ ອາຊີຕາເວັນອອກສ່ຽງໃຕ້, ໂດຍມີບໍລິສັດການທ່ອງທ່ຽວແບບອະນຸຮັກ ມີມາດຕະການການທ່ອງທ່ຽວແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ ແລະ ບໍ່ມີຜົນກະທົບ ໃນຂົງເຂດປ່າສະຫງວນແຫ່ງຊາດ ນໍ້າກັດ ຢໍລະປາ. ຖ້າທ່ານໃດມີຄວາມສົນໃຈຢາກສຳພັດກັບຄວາມມະຫັດສະຈັນ ແລະ ຄວາມງາມຂອງທຳມະຊາດ, ການປະຈົນໄພທີ່ຫນ້າຕື່ນເຕັ້ນ ຄວາມຫງຽບສະຫງົບທີ່ຫ່າງຈາກຕົວເມືອງ, ນໍ້າປຽນ ຢໍລະປາ ແມ່ນສະຖານທີ່ສໍາລັບທ່ານ!

ການເປີດເປັນຈຸດໝາຍປາຍທາງການທ່ອງທ່ຽວແຫ່ງໃໝ່ຂອງນໍ້າປຽນ ຢໍລະປາ ເຮັດໃຫ້ນັກເດີນທາງ ໄດ້ອອກປະຈົນໄພພົບກັບກິດຈະກໍາໃໝ່ຫຼາຍ ໂດຍສະເພາະ ການຂີ່ລົດລຸກທີ່ເປັນກິດຈະກໍາທໍາອິດໃນລາວ.

ເສັ້ນທາງໄປນໍ້າປຽນ ຢໍລະປາ

ຖ້າທ່ານເດີນທາງອອກຈາກນະຄອນຫຼວງວຽງຈັນ ຈະມີ 2 ເສັ້ນທາງທີ່ພາໄປເຖິງ ບ້ານຊຽງແລ, ເມືອງປາກງືມ- ຜ່ານເສັ້ນທາງເລກທີ 13 ໃຕ້ ແລະ ຜ່ານເສັ້ນທາງເລກທີ 10. ທັງສອງເສັ້ນທາງມີໄລຍະທາງທີ່ໃກ້ຄຽງກັນ, ແຕ່ພວກເຮົາຂໍແນະນຳໃຫ້ທ່ານເດີນທາງໄປເສັ້ນທາງເລກທີ 13 ໃຕ້ ເພາະວ່າເສັ້ນທາງດັ່ງກ່າວເປັນເສັ້ນທາງໃຫ່ຍ ແລະ ສະດວກ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 30 ນາທີ. ຈາກເສັ້ນທາງ ໜອງບອນ, ເດີນທາງໄປຈົນຮອດວົງວຽນ ແລ້ວຂີ່ອອກເສັ້ນທາງເລກທີ 13 ໃຕ້. ຫຼັງຈາກນັ້ນກໍ່ເດີນທາງຈົນເຖິງ ບ້ານຊຽງແລທ່າ ເຊິ່ງເປັນສະຖານທີ່ປ່າສະຫງວນແຫ່ງຊາດນໍ້າ. ມ່ວນໆເດີ!

ນ້ຳປຽນຢໍລະປາ, ເປີດຕົວແຫຼ່ງທ່ອງທ່ຽວແຫ່ງໃໝ່ໃຫ້ກັບນັກທ່ອງທ່ຽວທີ່ມັກຄວາມທ້າທາຍ: ຕ້ອງຈອງລ່ວງໜ້າ - ກົດທີ່ນີ້