Vat Ongteu, or "the temple of the heavy Buddha", houses a 16th Century Buddha image that weighs an incredible 10 tonnes. The temple was built by King Xaysetthathirath and is found on Setthathirath Road.
ນະຄອນຫຼວງວຽງຈັນ, ປະເທດລາວ
Vat Ongteu, or "the temple of the heavy Buddha", houses a 16th Century Buddha image that weighs an incredible 10 tonnes. The temple was built by King Xaysetthathirath and is found on Setthathirath Road.
ນໍ້າປຽນ ຢໍລະປາ ເປັນສາຂາໜຶ່ງຂອງ ນໍ້າກັດ ຢໍລະປາ ເຊິ່ງຕັ້ງຢູ່ ບ້ານຊຽງແລທ່າ, ເມືອງປາກງືມ, ນະຄອນຫຼວງວຽງຈັນ (ພູເຂົາຄວາຍ)
ສະຖານທີ່ທ່ອງທ່ຽວແຫ່ງໃໝ່ນີ້ກວມເອົາເນື້ອທີ່ທັງໝົດຂອງປ່າສະຫງວນນໍ້າປຽນມີປະມານ 140 ເຮັກຕາ ເຊິ່ງມີກິດຈະກຳແບບປະຈົນໄພຕ່າງໆປະມານ 8 ຊະນິດ. ລວມມີ ການຂີ່ລົດ ATV (ລົດຈັກ 4 ກົງ) ທີ່ສະດວກໃນການທ່ຽວຊົມປ່າສະຫງວນແຫ່ງຊາດ ນໍ້າປຽນ ແລະ ເພີດເພີນກັບການຍ່າງຂ້າມຂົວຕາໜ່າງແມງມຸມຂ້າມແມ່ນໍ້າ. ທ່ານສາມາດຊົມທິວທັດອັນງົດງາມຂອງທຳມະຊາດ ໂດຍສະເພາະ ນໍ້າຕົກຕາດທີ່່ສວຍງາມ, ພົບປະ ແລະ ສໍາພັດກັບການບໍລິການຂອງພະນັກງານທີ່ນໍ້າປຽນຢໍລະປາ.
ນໍ້າປຽນ ຢໍລະປາ ແມ່ນໜ່ວຍງານໜຶ່ງຂອງ FACET, ເຊິ່ງເປີດກິດຈະກຳຕ່າງໆໄປຕາມ ແມ່ນ້ຳກັດ ປ່າສະຫງວນແຫ່ງຊາດ, ເຊິ່ງຕັ້ງຢູ່ ແຂວງອຸດົມໄຊ ພາກເໜືອຂອງລາວ. ບໍລິເວນນີ້ເປັນສະຖານທີ່ທີ່ມີຄວາມນິຍົມ ແລະ ມີທັດສະນີຍະພາບທີ່ງົດງາມຫຼາຍທີ່ສຸດໃນການທ່ອງທ່ຽວທາງທຳມະຊາດໃນລາວ ແລະ ອາຊີຕາເວັນອອກສ່ຽງໃຕ້, ໂດຍມີບໍລິສັດການທ່ອງທ່ຽວແບບອະນຸຮັກ ມີມາດຕະການການທ່ອງທ່ຽວແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ ແລະ ບໍ່ມີຜົນກະທົບ ໃນຂົງເຂດປ່າສະຫງວນແຫ່ງຊາດ ນໍ້າກັດ ຢໍລະປາ. ຖ້າທ່ານໃດມີຄວາມສົນໃຈຢາກສຳພັດກັບຄວາມມະຫັດສະຈັນ ແລະ ຄວາມງາມຂອງທຳມະຊາດ, ການປະຈົນໄພທີ່ຫນ້າຕື່ນເຕັ້ນ ຄວາມຫງຽບສະຫງົບທີ່ຫ່າງຈາກຕົວເມືອງ, ນໍ້າປຽນ ຢໍລະປາ ແມ່ນສະຖານທີ່ສໍາລັບທ່ານ!
ການເປີດເປັນຈຸດໝາຍປາຍທາງການທ່ອງທ່ຽວແຫ່ງໃໝ່ຂອງນໍ້າປຽນ ຢໍລະປາ ເຮັດໃຫ້ນັກເດີນທາງ ໄດ້ອອກປະຈົນໄພພົບກັບກິດຈະກໍາໃໝ່ຫຼາຍ ໂດຍສະເພາະ ການຂີ່ລົດລຸກທີ່ເປັນກິດຈະກໍາທໍາອິດໃນລາວ.
ຖ້າທ່ານເດີນທາງອອກຈາກນະຄອນຫຼວງວຽງຈັນ ຈະມີ 2 ເສັ້ນທາງທີ່ພາໄປເຖິງ ບ້ານຊຽງແລ, ເມືອງປາກງືມ- ຜ່ານເສັ້ນທາງເລກທີ 13 ໃຕ້ ແລະ ຜ່ານເສັ້ນທາງເລກທີ 10. ທັງສອງເສັ້ນທາງມີໄລຍະທາງທີ່ໃກ້ຄຽງກັນ, ແຕ່ພວກເຮົາຂໍແນະນຳໃຫ້ທ່ານເດີນທາງໄປເສັ້ນທາງເລກທີ 13 ໃຕ້ ເພາະວ່າເສັ້ນທາງດັ່ງກ່າວເປັນເສັ້ນທາງໃຫ່ຍ ແລະ ສະດວກ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 30 ນາທີ. ຈາກເສັ້ນທາງ ໜອງບອນ, ເດີນທາງໄປຈົນຮອດວົງວຽນ ແລ້ວຂີ່ອອກເສັ້ນທາງເລກທີ 13 ໃຕ້. ຫຼັງຈາກນັ້ນກໍ່ເດີນທາງຈົນເຖິງ ບ້ານຊຽງແລທ່າ ເຊິ່ງເປັນສະຖານທີ່ປ່າສະຫງວນແຫ່ງຊາດນໍ້າ. ມ່ວນໆເດີ!
ນ້ຳປຽນຢໍລະປາ, ເປີດຕົວແຫຼ່ງທ່ອງທ່ຽວແຫ່ງໃໝ່ໃຫ້ກັບນັກທ່ອງທ່ຽວທີ່ມັກຄວາມທ້າທາຍ: ຕ້ອງຈອງລ່ວງໜ້າ - ກົດທີ່ນີ້