ໜື່ງໃນສາມ, ບລູລາກູນ 1 ຕັ້ງຢູ່ຫ່າງຈາກຕົວເມືອງປະມານ 25 ນາທີ ແລະ ຍ້ອນມາຕັ້ງຢູ່ໃກ້ຕົວເມືອງວັງວຽງ ຈຶ່ງສະດວກໃນການເດີນທາງ, ບລູລາກູນ 1 ເປັນສະຖານທີ່ ທີ່ນິຍົມຂອງນັກທ່ອງທ່ຽວ. ດັ່ງນັ້ນຈຶ່ງມີນັກທ່ອງທ່ຽວເປັນຈຳນວນຫຼາຍ.

ຢູ່ບລູລາກູນໄດ້ມີຕູບໄມ້ຫຼາຍຕູບເພື່ອຕ້ອນຮັບນັກທ່ອງທ່ຽວ. ຢູ່ສະຖານທີ່ນີ້ເຈັ້າສາມາດພັກຜ່ອນຮັບປະທານອາຫານສວາຍ ຫຼື ພົບປະສ້າງສັນກັບໜູ່ເພື່ອນກໍ່ໄດ້, ບລູລາກູນ 1 ມີຄວາມສະດວກສະບາຍກ່ວາບ່ອນອື່ນເປັນບໍ່ນ້ຳທີ່ມະຫັດສະຈັນ ແລະ ມີສີຟ້າ. ເລີ່ມຕົ້ນຈາກ ເດືອນຕຸລາຫາມີນາ. ມັນເປັນບໍ່ນ້ຳທີ່ສະອາດ ແລະ ສວຍງາມ. ນອກຈາກນັ້ນ, ຍັງມີຕົ້ນໄມ້ທີ່ມີເຊືອກບ່ອນທີ່ທ່ານສາມາດໂດດນ້ຳ ຫຼື ໂອ້ນເຊືອກໂດດນ້ຳ.

ນອກຈາກນັ້ນ, ຍັງມີຖ້ຳປູຄຳໃນບໍເວນໃກ້ຄຽງເຊິ່ງເຮັດໃຫ້ເປັນຄວາມນິຍົມໃນການປີນຂຶ້ນໄປໜ້າຜາເພື່ອເຂົ້າໄປໃນຖ້ຳປູຄຳປະມານ 200 ແມັດ ເພື່ອລຳຫຼວດພາຍໃນຖ້ຳດັ່ງກ່າວ.

ເສັ້ນທາງໄປ ບລູລາກູນ 1 : ທ່ານສາມາດໄປທີ່ນັ້ນໂດຍການ ເຊົ່າລົດຕຸກຕຸກ, ເຊົ່າລົດຈັກ, ລົດຖີບ ຫຼື ລົດຖີບພູເຂົາ ຫຼື ລົດບັກກີ

ຄ່າເຂົ້າຊົມ: 10.000 ກີບ ເປີດຕັ້ງແຕ່  08:00 ໂມງ - 18:00 ໂມງ