ຖ້ຳປູຄຳມີຄວາມເລິກປະມານ 100 ແມັດ ຜ່ານຮ່ອມທາງເຂົ້າຈົນເຖິງພື້ນ. ເຖິງແນວໃດກໍ່ຕາມ, ຢູ່ໃນຖຳ້ມີຄວາມກວ້າງ ເຊິ່ງມີພະພຸດທະຮູບທີ່ສັດສິດ ແລະ ເປັນບ່ອນກາບໄຫວ້ແກ່ຜູ້ທີ່ມາສະຖານທີ່ນີ້, ຢູ່ຖຳ້ນີ້ເຄີຍເປັນບ່ອນອາໄສຂອງສັດຫຼາຍຊະນິດເຊັ່ນວ່າ: ເຈຍ, ທະນີ, ລີງ ແລະ ເຍືອງ. ຖ້ຳປູຄຳ ເປັນຖ້ຳຫີນທີ່ປຽກຊຸມໃນຖ້ຳເຄີຍມີປູຄຳຄູ່ຫນື່ງທີ່ອາໄສຢູ່ໃນຖ້ຳດັ່ງກ່າວ. ນຳເອົາໄຟສາຍໄປນຳທຸກຄັ້ງເວລາເທ່ານເຂົ້າໄປທ່ຽວຊົມໃນຖຳ້. ຫຼັງຈາກນັ້ນທ່ານສາມາດໄປຫຼີ້ນນຳ້ຢູ່ອ່າງນຳ້ຄ່າ ທີ່ມີຄວາມເຢັນ ແລະ ສະອາດ. ທ່ານຍັງສາມາດໂດດຈາກຕົ້ນໄມ້ລົງຫານຳ້ອີກດ້ວຍ. ຢູ່ໃນບໍລິເວນນີ້ ຍັງມີການບໍລິການອາຫານ ແລະ ເຄື່ອງດືມສຳລັບຜູ້ທີ່ມາພັກຜ່ອນ.

ທີ່ຕັ້ງຂອງຖຳ້ປູຄຳ: ເດີນທາງຈາກຕົວເມືອງຂ້າມຂົວນຳ້ຊອງຈົນມາເຖິງບ້ານຫວຍແຍ້. ຫຼັງຈາກນັ້ນ, ກໍ່ສືບຕໍ່ເສັ້ນປູຢາງເຊິ່ງຈະຜ່ານບ້ານຕ່າງໆ. ຈົນຮອດສາມແຍກບ້ານນາທອງໄຕ້, ແລ້ວລ້ຽວຂວາ ຕາມເສັ້ນທາງໄປຫາຖຳ້ປູຄຳປະມານ 1 ກິໂລແມັດຈາກທາງແຍກ ບ້ານນາທອງເໜືອ