ສິ່ງມະຫັດສະຈັນທາງພູມມີສາດຂອງເມືອງວັງວຽງ, ຜາເງິນມີຄວາມສູງ 250 ແມັດ ແລະ ມີທິວທັດສວຍງາມຂອງວັງວຽງ. ເທິງຍອດຜາເງິນ, ມັນມີສີເງີນໄປທົ່ວທຸກບ່ອນຂອງຜາເງິນ. ຜາເງິນກ້ວາງສອງກິໂລແມັດ. ຖ້າເບີ່ງຈາກເທິງຍອດຜາເງີນລົງມາຈະເຫັນຄວາມສວຍງາມຂອງປ່າໄມ້ ແລະ ທົ່ງນາທີ່ຂຽວງາມ. ນອກຈາກນັ້ນຍັງມີໜູ່ບ້ານຢູ່ໃກ້ໆຜາບົວແຕ່ວ່າຕ້ອງໄດ້ໃຊ້ເວລາດົນພໍສົມຄວນໃນການປີນຂື້້ນໄປຫາຍອດຜາ.

ຊື່ຂອງຜາມີຫຼາຍຊື່ຈິ່ງມີຄວາມສັບສົນພໍສົມຄວນ. ແຕ່ກ່ອນຊາວບ້ານໄດ້ຕັ້ງຊື່ຂອງຜາວ່າ "ຜານ້ອຍ" ແຕ່ໃນແຜນທີ່ແຫ່ງຊາດໄດ້ຕັ້ງຊື່ວ່າ "ຜາກາງ". ໃນຊ່ວງປີ 1995 ຊາວບ້ານໄດ້ຍ້າຍໜູ່ບ້ານມາຕັ້ງຢູ່ໃກ້ໆ ຜາເງິນ ແລ້ວຈິງມີການສbກສາຜາຢ່າງລະອຽດກ່ຽວກັບຜາເງິນ, ຍ້ອນຄວາມງາມຂອງຜາຊາວບ້ານຕັ້ງຊື່ຂອງຜາມາເປັນຜາເງີນ.

ທີ່ຕ້ັງຂອງຜາເງິນ: ເດີນທາງຜ່ານຂົວນ້ຳຊອງຈົນມາຮອດບ້ານຫ້ວຍແຍ້ ແລ້ວເດີນທາງອີກ 4 ກິໂລແມັດ ຈົນຮອດ ບ້ານໂພນເງິນ. ຫຼັງຈາກນັ້ນ, ກໍ່ເລີ່ມຍາງຂື້ນຜາເງິນ.