ການເດີນທາງທີ່ສະດວກສະບາຍໄປຈຸດຊົມວິວຜາຫນາມໄຊພຽງແຕ່ຂ້າມຂົວໄມ້ນ້ຳຊອງເບື້ອງໂຮງແຮມ Riverside Boutique ແລ້ວເດີນທາງຕໍ່ຈົນຮອດເກືອບຮອດບລູລາກູນ 1. ຫຼັງຈາກນັ້ນກໍ່ລ້ຽວຊ້າຍໄປເສັ້ນທາງດິນແດງທ່ານຈະເຫັນປ້າຍບອກບ່ອນຈອດລົດ ແລະ ປ້າຍບອກທາງຂື້ນຜາຫນາມໄຊ.

ຜາຫນາມໄຊ ເປັນສະຖານທີ່ຈຸດຊົມວິວທີສວຍງາມທີ່ສຸດຂອງເມືອງວັງວຽງ, ໃຊ້ເວລາພຽງ  20-30 ນາທີ, ທ່ານຈະໄປເຖິງຈຸດຊົມວິວ, ທ່ານຈະມີຄວາມຮູ້ສືກທີ່ຢາກຖ່າຍຮູບກັບລົດຈັກທີ່ຢູ່ຈອດຢູ່ຈອມຜາລົງໃນອິນສຕາແກມຂອງທ່ານທັນທີ, ເພີດເພີນໄປກັບທິວທັດທີ່ສວຍງາມຂອງຜາຫີນປູນທີ່ອ້ອມຮອບໄປດ້ວຍປ່າໄມ້ ແລະ ທົ່ງນາທີ່ສວຍງາມໃນເວລາທີ່່ເຈົ້າພັກຜ່ອນຢູ່ຈອມຜາ.

ການເຊົ່າລົດຖີບ: ມີຄວາມສະດວກໃນການເຊົ່າລົດຖີບຢູ່ເມືອງວັງວຽງ, ລາຄາພຽງແຕ່ 2-3 USD ຕໍ່ມື້.

ການເຊົ່າລົດຈັກ: ສາມາດເຊົ່າລົດຈັກຢູ່ໂຮງແຮມ ຫຼື ບ້ານພັກຂອງທ່ານຕາມເວລາທີ່ທ່ານຕ້ອງການ, ລາຄາພຽງ 8-10 USD ຕໍ່ມື້ ພວກເຮົາຢາກແນະນຳໃຫ້ທ່ານສົ່ງລົດຄືນ ເວລາ 19:00 ໂມງ ເພື່ອຄວາມປອດໄພຂອງທ່ານ.

ການເຊົ່າລົດບັກກີ: ມີສອງແບບໃຫ້ເລືອກ: ແບບ 2ບ່ອນນັ່ງ ແລະ 4 ບ່ອນນັ່ງ, ລົດບັກກີ ກຽມພ້ອມທຸກເວລາທີ່ທ່ານຕ້ອງການການຜະຈົນໄພຢ່າງໃນເມືອງວັງວຽງ.

ຄ່າເຂົ້າຊົມ: 10,000 ກີບ

ເວລາເປີດ/ປິດ: 5 ເຊົ້າ – 5 ແລງ