ສິ່ງມະຫັດສະຈັນທາງດ້ານທໍລະນີສາດຂອງເມືອງວັງວຽງສຳຫຼວດໄດ້ຫຼາຍຮູບແບບ:

ການຍ່າງປ່າ: ຫ່າງຈາກຈຸດສູນການທ່ອງທ່ຽວ ແລະ ຊອກຫາທຳມະຊາດທີ່ສວຍງາມຂອງເມືອງວັງວຽງໂດຍການຍ່າງປ່າ, ການຍ່າງປ່າຫຼາຍມື້, ທ່ານສາມາດຍ່າງປ່າດ້ວຍຕົນເອງຕາມເສັ້ນທາງທີ່ໄດກຳນົດໄວ້  ຫຼື ຂີ່ລົດທ່ຽວຊົມໃນຕົວເມືອງເພື່ອຊົມ 4 ວັດທີ່ສວຍງາມຕາມສະຖານທີ່ຕ່າງທາງວັດທະນະທຳ. ທ່ານສາມາດຊອກຫາຂໍ້ມູນການຍ່າງປ່າຕາມບໍລິສັດທົວຢູ່ຕາມເມືອງວັງວັງວຽງ. ທ່ານສາມາດຍ່າງຕາມສາຍນຳ້, ທ່ຽວຊົມຖຳ້, ຮັບປະທານອາຫານພື້ນບ້ານ, ອາບນຳ້ທີ່ເຢັນສະອາດ, ຕັ້ງແຄ້ມ ແລະ ນອນຢູ່ນຳເຮືອນຊາວບ້ານ.

ຖຳ້: ເມື່ອໃດກໍ່ຕາມທີ່ທ່ານມາທ່ຽວຊົມຖຳ້. ເມືອງວັງວຽງເປັນເມືອງທີ່ມີຖຳ້ຫຼາຍທີ່ສຸດ ເຊິ່ງລວມມີ 17 ແຫ່ງ. ໄດ້ຈັດເປັນກຸ່ມທ່ານສາມາດໄປທ່ຽວຊົມດ້ວຍຕົວເອງພຽງແຕ່ທ່ານຈ້າງຜູ້ນຳທ່ຽວ ຫຼື ໄປກັນຫຼາຍຄົນ. ຖຳ້ສ່ວນຫຼາຍແມ່ນມີຄວາມສະດວກໃນການໄປສະຖານທີ່ຕ່າງໆດ້ວຍການຂີ່ລົດຈັກ, ຂີ່ລົດຖີບ ຫຼື ຍ່າງໄປກໍ່ໄດ້. ແຕ່ລະສະຖານທີ່ກໍ່ມີຄວາມໝາຍ ແລະ ເລື່ອງລາວທີ່ແຕກຕ່າງກັນ. ທຸກຖຳ້ແມ່ນປະຊາຊົນເປັນຜູ້ຮັກສາ ແລະ ຄູ້ມຄອງ. ດັ່ງນັ້ນ, ຊາວບ້ານຈຶ່ງມີການບໍລິການຂາຍບັດເຂົ້າຊົມ, ທຸກຄັ້ງທີ່ໄປທ່ຽວຊົມຕ້ອງໄດ້ຊື້ບັດເພື່ອຊາວບ້ານຈະເກັບໄວ້ເປັນກອງທຶນຂອງໜູ່ບ້ານ.

ການປິນຜາ: ນັກປີນຜາສ່ວນຫຼາຍຈະມີຄວາມຕື່ນເຕັ້ນໃນເວລາເຂົາເຈົ້າປີນຜາທີ່ມີທຳມະຊາດທີ່ສວຍງາມ ແລະ ນັກປີນຜາຍັງສາມາດເພີ່ມທັກສະໃນການປີນຜາທີ່ແຕກຕ່າງອີກດ້ວຍ. ບໍລິສັດ ກຮິນ ດິດສ໌ໂຄເວີລີ ແລະ ບໍລິສັດ ອາດຳ ປີນຜາ ໄດ້ມີທີມງານປີນຜາ ທີ່ມີປະສົບການຈາກອອດສະເຕເລຍ ແລະ ເອີຣົບ. ໄດ້ສ້າງບ່ອນປີນຜາຫຼາຍກວ່າ 100 ຈຸດ. ພາຍໃນ 8 ສະຖານທີ່ຢູ່ໃນເມືອງວັງວຽງທີ່່ເປັນໜ້າຕື່ນເຕັ້ນ.

ການຂີ່ລົດຖີບ: ທ່ານກຳລັງຊອກຫາບ່ອນຂີ່ລົດຖີບຢູ່ພູເຂົາທີ່ກັນດານ ຫຼື ຢູ່ບໍລິເວນເມືອງວັງວຽງທີ່ມີຄວາມສະດວກສະບາຍ. ມີຮ້ານໃຫ້ເຊົາລົດຢູ່ໃນຕົວເມືອງທີ່ບໍລິການທ່ານ, ທ່ານສາມາດຂີ່ລົດຖີບໄປຄົນດຽວ ຫຼື ໄປຜະຈົນໄພກັບໜູ່ເພື່ອນຫຼາຍຄົນກໍ່ໄດ້. ການຂີ່ລົດຖີບກໍ່ມີຄວາມສະດວກໃນການໄປຫາສະຖານທີ່ຕ່າງໆ, ຢູ່ຕາມຊົນນະບົດ ແລະ ບ່ອນຫ່າງໄກສອກຫຼີກ.

ການຂີ່ລົດຈັກ ແລະ ລົດບັກກີ: ການຂີ່ລົດຈັກແບບຜະຈົນໄພ ທ່ານສາມາດຂີ່ລົດໄປນຳ້ຕົກຕາດ ຫຼື ຂີ່ໄປຕາມເສັ້ນທາງປູຢາງປະມານ 5 ກິໂລແມັດ. ໄປຖຳ້ປູຄຳທີ່ມີຄວາມເລິກ ປະມານ 100 ແມັດ ແລະ ມີນຳ້ອອກບໍ່ທີ່ສະອາດ ແລະ ສວຍງາມ, ນອກຈາກນັ້ນ, ທ່ານຍັງສາມາດຂີ່ລົດບັກກີໄປຜະຈົນໄພກັບເສັ້ນທາງທີ່ມີຂຸມ ແລະ ຕົມ.