ວັງວຽງຊາເລັນ
Photo by: Discover Laos Today

ກາງແຈ້ງ

ວັງວຽງຊາເລັນ

 

ບໍລິສັດ

Green Discovery

ໄລຍະເວລາ

2 ມື້

ລາຄາເລີ່ມຕົ້ນ

 

ລະຫັດ

GD-VV-ZC-01

ໄລຍະເວລາໃນການຈອງ

ຕະຫຼອດ

ລະດັບຄວາມຍາກ-ງ່າຍຂອງກິດຈະກຳ

ທ້າທາຍ

ໄປຮັບ

Include

ຈຸດເລີ່ມຕົ້ນ

ຫ້ອງການ ກລີນດິສໂຄເວີລີ ວັງວຽງ

ໄປຮັບ/ເວລາເລີ່ມຕົ້ນ

09:00 ໂມງ

ໄປສົ່ງ

Include

ຈຸດສິ້ນສຸດ

ຫ້ອງການ ກລີນດິສໂຄເວີລີ ວັງວຽງ

ໄປສົ່ງ/End Time

16:00 ໂມງ

ນັກທ່ອງທ່ຽວ

Family Without Young Children , Friends , Solo , couple

ຈຸດໝາຍປາຍທາງ

ວັງວຽງ

ສິ່ງທີ່ຕ້ອງເຮັດ

ການສຳຫຼວດວັງວຽງ - ທາງບົກ , ການສຳຫຼວດວັງວຽງ - ທາງນ້ຳ

 

Day Tour Type Type


 

Booking Date


 

ລະຫັດການຈອງ (join)
Join


 
Adult
 

1

 
 
Child
 

0

 
 
Lao Resident
 

0

 
 
ລາຄາລວມ
 
 

ວັນ 1

ພາບລວມ

ເຂົ້າປ່າ

ພວກເຮົາເລີ່ມຕົ້ນເດີນທາງອອກໄປທາງເໜືອຂອງເມືອງວັງວຽງເພື່ອໄປທີ່ໝູ່ບ້ານບ່ອນທີ່ເຮົາຂ້າມນ້ຳຊອງ. ຈາກນັ້ນເຮົາຈະເລີ່ມຍ່າງປ່າໂດຍຜ່ານທົ່ງໄຮ່ທົ່ງນາໄປບໍ່ດົນເຮົາກໍ່ຈະຮອດຕີນພູເຂົາ ແລະ ໄດ້ຍ່າງຂຶ້ນເນີນພູ. ໃນຂະນະທີ່ເຮົາຍ່າງເຂົ້າປ່າເລື້ອຍໆເນີນພູກໍ່ໄດ້ເລີ່ມສູງ ແລະ ຍາກຂຶ້ນກວ່າເກົ່າ. ສິ່ງທີ່ທ້າທາຍແທ້ໆຂອງມື້ນີ້ແມ່ນເລີ່ມຕົ້ນດ້ວຍການຂ້າມຂົວສະລິງຢູ່ຮ່ອມພູທີ່ນ້ຳຕົກກ່ອນທີ່ເຮົາຈະເລີ່ມຂຶ້ນໄປທາງເທິງດ້ວຍເວຍເຟີລາຕ້າ.

ເມື່ືອເຮົາຂຶ້ນໄປຮອດເທິງແລ້ວ, ເຮົາສາມາດນັ່ງພັກຜ່ອນຊົມທິວທັດພູຫິນປູນທີ່ສວຍງາມ ແລະ ເພີ່ມພະລັງສຳລັບການຜະຈົນໄພໃນສ່ວນຕໍ່ໄປ. ສິ່ງທ້າທາຍຕໍ່ໄປແມ່ນນ້ຳຕົກຕາດສູງ 50 ແມັດ ເຊິ່ງເຮົາຈະຕ້ອງໄຕ່ຂຶ້ນໄປທາງຂ້າໜ້າຜາດ້ວຍເວຍເຟີລາຕ້າກ່ອນທີ່ຈະຢ່ອນຕົວລົງມາໜ້ານ້ຳຕົກຕາດລົງໄປໃນຈຸດອາບນ້ຳ.

ຈາກນັ້ນເຮົາຈະເດີນທາງໄປທີ່ພັກ ບ່ອນທີ່ເຮົາສາມາດອາບນ້ຳ ຫຼື ພັກຜ່ອນນັ່ງຊົມທິວທັດທຳມະຊາດ. ໄກ້ເຮົາຈະກຽມອາຫານພື້ນເມືອງລາວໄວ້ເພື່ອຮັບປະທານອາຫານຄ່ຳໃນຂະນະທີ່ທ່ານເພີດເພີນໄປກັບແສງຕາເວັນຕອນຄ້າຍແລງ. ຫຼັງຈາກຮັບປະທານອາຫານຄ່ຳແລ້ວທ່ານສາມາດກຽມບ່ອນນອນຂອງທ່ານຢູ່ລະບຽງເພື່ອນອນເບິ່ງດາວຍາມກາງຄືນ ຫຼື ເບິ່ງໃນໂຮມສະເຕກໍ່ໄດ້.

ວັນ 2

ພາບລວມ

ຂີ່ຊິບໄລບິນຜ່ານປ່າໄມ້

ເລີ່ມຕົ້ນມື້ຕໍ່ມາດ້ວຍທິວທັດຕາເວັນຂຶ້ນທີ່ສວຍງາມເໜືອພູເຂົາຫີນປູນ. ມັນໂອກາດທີ່ດີທີ່ຈະຖ່າຍຮູບທິວທັດທີ່ສວຍງາມຕອນຕາເວັນກຳລັງຂຶ້ນ ຫຼື ຖ້າບໍ່ຢາກຖ່າຍກໍ່ພຽງແຕ່ຊຶມຊັບເອົາຊ່ວງເວລານັ້ນໄວ້.

ຫຼັງຈາກທີ່ຮັບປະທານອາຫານເຊົ້າແລ້ວ ພວກເຮົາຈະເລີ່ມຕົ້ນການຜະຈົນໄພດ້ວຍການຂີ່ຊິບໄລ! ບິນຜ່ານທ້ອງຟ້າ ແລະ ປ່າໄມ້ຈາກຖານຈຸດໜຶ່ງໄປອີກຈຸດໜຶ່ງ. ບາງຖານນັ້ນສູງຈາກພື້ນດິນເກືອບ 50 ແມັດ ໃນຍອດຕົ້ນໄມ້ໃຫຍ່. ຢ່ອນຕົວຈາກຖານລົງມາພື້ນດິນ ແລະ ຂ້າມຂົວສະລິງ. ຂີ່ຊິບໄລຜ່ານປ່າໄມ້ກ່ອນທີ່ຈະຍ່າງຜ່ານທົ່ງນາຈົນກວ່າພວກເຮົາຈະຮອດນ້ຳຊອງ. ບ່ອນທີ່ເຮົາຈະພາຍເຮືອກາຍັກກັບໄປທີ່ຕົວເມືອງວັງວຽງ. ລະຫວ່າງທາງເຮົາຈະໄດ້ເຫັນ ແລະ ສຳຜັດກັບທຳມະຊາດຂອງວັງວຽງໃນອີກມຸມອງໜຶ່ງ. ເຮົາຈະຮອດຕົວເມືອງກ່ອນຕາເວັນຕົກດິນເຖິງເຮົາຈະເມື່ອຍ ແລະ ເປື້ອນເລັກໜ້ອຍແຕ່ມັນກໍ່ເປັນຄວາມຊົງຈຳທີ່ດີ ແລະ ເປັນເລື່ອງເລົ່າອັນໜ້າເຫຼືອເຊື່ອທີ່ຈະແບ່ງປັນໃຫ້ຄົນອື່ນໄດ້ຮູ້ນຳ.

ຍ່າງປ່າ 2 ຊົ່ວໂມງ, ຂີ່ຊິບໄລ ແລະ ຢ່ອນຕົວລົງມາຈາກບ່ອນສູງ 3 ຊົ່ວໂມງ, ຂີ່ເຮືອກາຍັກ 2 ຊົ່ວໂມງ, ເດີນທາງ 30 ນາທີ.