ຈຸດເດັ່ນຂອງການທ່ອງທ່ຽວ
ໜຶ່ງມື້ໃນການຍ່າງປ່າ ແລະ ທ່ຽວຊົມຖຳ້ພວກເຮົາຈະໄດ້ຍ່າງຂ້າມສັນພູທີມີຄວາມສູງ 1,500 ແມັດ ຂອງວັງວຽງ, ເພື່ອໄປສະຖານທີ່ຕ່າງຕາມຊົນນະບົດທີ່ຊາວບ້ານຍັງບໍ່ຮູ້ວ່າ ພູເຂົານັ້ນມີຄວາມສວຍງາມຫຼາຍໃນເວລາເຂົາໄດ້ເຫັນດ້ວຍຕົວເອງ.
ສິ່ງທີ່ລວມຢູ່ໃນທົວ
- ນ້ຳດື່ມ
- ອາຫານ
- ຜູ້ນຳທ່ຽວເວົ້າພາສາອັງກິດ
- ຜູ້ນຳທາງທ້ອງຖິ່ນ
- ຄ່າເຂົ້າຊົມຕ່າງໆ
ການແນະນຳໃນການນຸ່ງຖື
- ເຄື່ອງນຸ່ງກິລາ
- ເກີບຍ່າງປ່າ
ສິ່ງທີ່ຄວນເອົາມາ
- ໝວກ
- ຄີມກັນແດດ
- ເຄື່ອງນຸ່ງສາມາດຖືກນ້ຳໄດ້
- ຜ້າອາບນຳ້
- ຢາກັນຍຸງ
- ໄຟສາຍ
ສິ່ງທີ່ຄວນຮູ້
ນະໂຍບາຍການຍົກເລີກ
ຕ່ຳກ່ວາ 30 ມື້ກ່ອນອອກການເດີນທາງ:
- ຈະປັບໄໝ 50% ຂອງຄືນທຳອິດຈາກທຸກໆຄືນທີໃຊ້ບລິການ.
- ຈະປັບໄໝ 30% ຂອງການຂົນສົ່ງທັງໝົດ.
ຕ່ຳກ່ວາ 15 ມື້ ກ່ອນອອກເດີນທາງ:
- ຈະປັບໄໝລາຄາເຕັມຂອງຄືນທຳອິດ ຈາກທຸກໆຄືນທີ່ໃຊ້ບໍລິການ.
- ຈະປັບໄໝ 50% ຂອງການຂົນສົ່ງທັງໝົດ.
ຕ່ຳກ່ວາ 72 ຊົ່ວໂມງ ( 3 ວັນ ) ກ່ອນເຖິງວັນອອກເດີນທາງການເດີນທາງ:
- ຈະປັບໄໝເຕັມລາຄາຂອງຄ່າບລິການທັງໝົດ.
ຂໍ້ ກຳ ນົດແລະເງື່ອນໄຂ
ປະກັນໄພ
Green Discovery Laos ໄດ້ຮັບປະກັນວ່າລົດເມ, ລົດບັນທຸກແລະລົດຈັກທັງໝົດແລະປະກັນໄພທີບໍລິສັດ green discovery ທີ່ໃຊ້ແມ່ນຖືກຕ້ອງເປັນປະກັນໄພໂດຍສານ. ປະກັນໄພນີ້ຈະບໍ່ຮັບພິຊອບພາຍຫຼັງຜູ້ໂດຍສານ ໄດ້ອອອກຈາກລົດແລ້ວ.
ການປະກັນໄພໃນການເດີນທາງແບບສ່ວນຕົວເປັນຂໍ້ບັງຄັບສຳລັບໝົດທຸກຄົນທີ່ເດີນທາງກັບ ບໍລິສັດ. ປະກັນໄພການເດີນທາງຕ້ອງໃຫ້ມີການຄຸ້ມຄອງຕໍ່ອຸປະຕິເຫດສ່ວນບຸກຄົນ, ມີຄ່າໃຊ້ຈ່າຍໃນການປິ່ນປົວ,ໃນການສົ່ງກັບປະເທດແບບສຸກເສີນ ແລະ ຄວາມຮັບຜິດຊອບແບບສ່ວນຕົວ. ນອກຈາກນີ້ພວກເຮົາແນະນຳໃຫ້ເຮັດສັນຍາປະກັນໄພຄຸ້ມຄອງໃນການຍົກເລີກ, ການຫຼຸດຜ່ອນ, ການສູນຫາຍຂອງກະເປົາເດີນທາງ ແລະ ຜົນກະທົບສ່ວນຕົວຕ່າງໆ.
ຜູ້ເຂົ້າຮ່ວມຕ້ອງຮູ້ໄລຍະເສັ້ນທາງໃນລະຫວ່າງການເດີນທາງ. ຄວາມສ່ຽງແລະສິ່ງອັນຕະລາຍທີ່ອາດຈະເກີດຂື້ນ,ລວມທັງແຕ່ບໍ່ຈຳກັດ ຄວາມອັນຕະລາຍຂອງການເດີນທາງ ການເດີນທາງລົດຖີບວິບາກ, ລ່ອງແພ, ລ່ອງເຮືອ ຄາຍກ, ປີນຜາ, ຂີ່ສາຍສະລິງ ຫຼືຂັບລົດບັກກີ. ນອກຈາກນີ້ມັນຍັງອາດຈະກ່ຽວຂ້ອງກັບການເກີດອຸປະຕິເຫດຫຼືການເຈັບປ່ວຍ ໃນສະຖານທີສອກຫຼິກໂດຍບໍ່ມີສີ່ງອຳນວຍຄວາມສະດວກທີ່ເໝາະສົມຫຼືເກີດຈາກໄພທຳມະຊາດ.ລູກຄ້າເຫັນດີຕົກລົງທີ່ຈະຮັບຄວາມສ໋ຽງທີ່ຈະເກີດຂື້ນໃນລະຫວ່າງການເດີນທາງຈະບໍ່ຮັບພິຊອບສິງໃດກັບບໍລິສັດ ຫຼື ຜູ້ຮັບສົ່ງ.ພະນັກງານຫຼືຕົວແທນຈາກກຸມບໍລິສັດທົວຕ່າງໆ ບໍລິສັດ Green discovery Laos ຈະບໍ່ຮັບພິຊອບສີ່ງຕ່າງທີ່ເກີດຂື້ນເຊັ່ນວ່າ ການເສຍຊິວິດຂອງສ່ວນຕົວແລະການເຈັບປ່ວຍຫຼືການມາຊ້າຂອງຜູ້ໂດຍສານ ຫຼືການສູນເສຍຂອງສິ່ງທີ່ມີມູນຄ່າຂອງລູກຄ້າຜູ້ເຂົ້າຮ່ວມການເດີນທາງ
ຄວາມຮັບຜິດຊອບ
ເວລາຈອງທົວກັບ ບໍລິສັດ Green Discovery ລູກຄ້າຕ້ອງເຂົ້າໃຈວ່າ ບໍລິສັດ Green Discovery ເປັນທົວທີ່ຜະຈົນໄພ ໃນອາຊີຕາເວັນອອກສຽງໃຕ້. ເຊິ່ງມີມາດຕະຖານຂອງທີ່ພັກ, ຂົນສົ່ງ, ສຸຂະອານາໄມ, ລະດັບການພັດທະນາພື້ນຖານໂຄງລ່າງ ແລະ ສະຖານທີ່ຕ່າງໆທາງການແພດ ແລະ ການບໍລິການດ້ານໂທລະຄົມມະນາຄົມທີ່ແຕກຕ່າງກັບທີ່ເຄີຍໃຊ້ຢູ່ບ້ານ ຫຼື ທີ່ພັກຕ່າງໆທີ່ເຄຍເຫັນມາກ່ອນ. ແຕ່ການພັກຜ່ອນຄັ້ງນີ້ມັນແຕກຕ່າງ ແລະ ມີຄວາມຕື່ນເຕັ້ນກວ່າວັນພັກຜ່ອນທົ່ວໄປ.
Green Discovery Laos, ລັດຖະບານ ແລະ ກົມທ່ອງທ່ຽວແຫ່ງຊາດ ຈະບໍ່ຮັບຊອບຕໍ່ການເກີດອຸປະຕິເຫດ, ບາດເຈັບລົ້ມຕາຍ ແລະ ສູນຫາຍຕໍ່ສ່ວນບຸກຄົນ. ລູກຄ້າຕ້ອງເຂົ້າໃຈໃນລະຫວ່າງການເດີນທາງອາດມີສິ່ງເຫດການບໍ່ຄາດຄິດເກີດຂື້ນ, ລວມທັງຄວາມບໍ່ຈຳກັດຄວາມອັນຕະລາຍຂອງການເດີນທາງ, ການເດີນທາງລົດຖີບວິບາກ, ລ່ອງແພ, ລ່ອງເຮືອກາຍັກ, ປີນຜາ, ຂີ່ສາຍສະລິງ ຫຼື ຂັບລົດບັກກີ. ນອກຈາກນີ້ມັນຍັງອາດຈະກ່ຽວຂ້ອງກັບການເກີດອຸປະຕິເຫດ ຫຼື ການເຈັບປ່ວຍໃນສະຖານທີ່ ທີ່ຫ່າງໄກສອກຫຼີກໂດຍບໍ່ມີສິ່ງອຳນວຍຄວາມສະດວກທີ່ເໝາະສົມ ຫຼື ເກີດຈາກໄພທຳມະຊາດ. ລູກຄ້າເຫັນດີຕົກລົງທີ່ຈະຮັບຄວາມສ່ຽງທີ່ຈະເກີດຂື້ນໃນລະຫວ່າງການເດີນທາງໃນຂອບເຂດສູງສຸດທີ່ໄດ້ຮັບອະນຸຍາດຈາກກົດໝາຍ.
ລູກຄ້າແຕ່ລະຄົນຕ້ອງເຂົ້າໃຈກ່ຽວກັບການເດີນທາງກັບ Green Discovery Laos ການເດີນທາງທີ່ມີການປ່ຽນແປງ ແລະ ຕ້ອງມີຄວາມເຂົ້າໃຈລາຍລະອຽດຂອງແຜນທົວຢ່າງລະອຽດ, ທີ່ພັກ ແລະ ການຂົນສົ່ງອາດມີການສັບປ່ຽນໂດຍບໍມີການແຈ້ງເຕືອນລ່ວງໜ້າຍ້ອນສະພາບການຖ້ອງຖິ່ນ. ບໍລິສັດ Green Discovery Laos ຄວນຈະມີມາດຕະການປັບປຸງແຜນການທົວຍ້ອນສາເຫດໃດກໍ່ຕາມ, ມັນອາດເປັນການເດີນທີ່ສັ້ນລົງ ຫຼື ມີການປ່ຽນແປງເສັ້ນທາງຂອງການເດີນທາງໃໝ່. ການປ່ຽນແປງສິ່ງເລົ່ານີ້ມີການຜູກມັດ ແລະ ມີລາຍຈ່າຍເພີ່ມຂຶ້ນແມ່ນຈະເກັບເງິນນຳລູກຄ້າ. ຖ້າຫາກມີການປ່ຽນແປງຕ່າງໆຢູ່ນອກເໜືອຂອງລາຍຈ່າຍຂອງບໍສັດ Green Discovery Laos.
ໃນຊ່ວງເດີນທາງ ກັບ Green Discovery Laos, ລູກຄ້າຕ້ອງປະບັດຕາມກົດຂອງຜູ້ນຳທ່ຽວ ຫຼື ຜູ້ນຳທ່ຽວທ້ອງຖິ່ນຕະຫຼອດເວລາ. ພວກເຂົາຮູ້ດີວ່າໃນການເດີນທາງທີ່ມີຄົນຈຳນວນຫຼາຍອາດກ່ຽວຂ້ອງກັບ ການປະນີປະນອມເພື່ອຕອບສະໜອງຄວາມຕ້ອງການທີ່ມີຫຼາຍສິ່ງຫຼາຍຢ່າງ ແລະ ຄວາມສາມາດທາງດ້ານຮ່າງກາຍ ແລະ ກຳລັງແຮງຂອງຜູ້ເດີນທາງ. ລູກຄ້າຕ້ອງເຂົ້າໃຈວ່າ Green Discovery Laos ຂໍສະຫງວນສິດທີ່ຈະປະຕິເສດໃນການເຂົ້່າຮ່ວມຂອງບຸກຄົນໃດບຸກຄົນໜື່ງໃນສະມາຊິກຂອງກຸ່ມໄດ້ຕະຫຼອດເວລາ.
ລູກຄ້າຍອມຮັບວ່າ Green Discovery Laos ໄດ້ເຮັດສັນຍາກັບເຄື່ອຄາຍກັບບໍລິສັດ, ໜ່ວຍງານຂອງລັດຖະບານ ແລະ ບຸກຄົນທຳມະດາທົ່ວປະເທດເພື່່ອສົ່ງເສີມໃນການການທ່ອງທ່ຽວ. ເພື່ອເປັນການດີຂອງ Green Discovery Laos, ບຸກຄົນທີ່ສາມເຫຼົ່ານີ້ມີຄວາມສາມາດໃນປະຕິບັດຕາມໜ້າທີ່ຂອງພວກເຂົາເຈົ້າທີ່ເປັນຄູ່ສັນຍາ. ແນວໃດກໍ່ຕາມ Green Discovery Laos ຈະບໍ່ຮັບຜິດຊອບກັບການໄດ້ຮັບບາດເຈັບ, ລົ້ມຕາຍ, ມາຊ້າ ແລະ ເສຍຫາຍ ຫຼື ສິ່ງທີ່ບໍ່ປົກກະຕິອາດຈະເກີດຂື້ນເນື່ອງຈາກການກະທຳຂອງບຸກຄົນທີ່ສາມເຫຼົ່ານີ້.
ກຸ່ມບໍລິສັດ Green Discovery Laos ຈະບໍຮັບຜິດຊອບສິ່ງໃດຕໍ່ກັບນັກທ່ອງທ່ຽວທີ່ຝ່າຝືນກົດໝາຍ ຫຼື ລະບຽບການຂອງກົດໝາຍລັດ.
ພະນັກງານ ຫຼື ຕົວແທນຂອງກຸ່ມບໍລິສັດ Green Discovery Laos ບໍ່ສາມາດມີສິດອຳນາດໃນການປຽນແປງເງື່ອນໄຂເຫຼົ່ານີ້ໄດ້.