animal footprint
animal footprint
ຍ່າງປ່າພູເຂົາທະເລໝອກ

ກາງແຈ້ງ

ຍ່າງປ່າພູເຂົາທະເລໝອກ

 

ໄລຍະເວລາ

5ມຶ້

ລາຄາເລີ່ມຕົ້ນ

 

ລະຫັດ

HO-5D4N-NEPL-05

ໄລຍະເວລາໃນການຈອງ

Always

ລະດັບຄວາມຍາກ-ງ່າຍຂອງກິດຈະກຳ

Challenging

ໄປຮັບ

Exclude

ຈຸດເລີ່ມຕົ້ນ

ເມືອງຮ້ຽມ

ໄປຮັບ/ເວລາເລີ່ມຕົ້ນ

8AM

ໄປສົ່ງ

Exclude

ຈຸດສິ້ນສຸດ

ເມືອງຮ້ຽມ

ໄປສົ່ງ/End Time

3 PM

ນັກທ່ອງທ່ຽວ

Family Without Young Children , Friends , Solo , couple

ຈຸດໝາຍປາຍທາງ

ຫຼວງພະບາງ, ລາວ

ສິ່ງທີ່ຕ້ອງເຮັດ

ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍ

 

Day Tour Type Type


 

Booking Date


 

ລະຫັດການຈອງ (join)
Join


 
Adult
 

1

 
 
Lao Resident
 

0

 
 
ລາຄາລວມ
 
 

ວັນ 1

ພາບລວມ

ມື້ທີ 1 ສົ່ງຢູ່ບ້ານເຜົ່າຂະມຸ, ຍ່າງເລາະບ້ານເພື່ອຮຽນຮູ້ກ່ຽວກັບວິຖີຊີວິດ. ນອນຄ້າງຄືນຢູ່ບ້ານ

(ໃຊ້ເວລາໄປສົ່ງ 1,5ຊົ່ວໂມງ ແລະ ໃຊ້ເວລາຍ່າງ 5 ກິໂລແມັດ. ຄວາມສູງ/ຕໍ່າ +380ແມັດ/-240ແມັດ; ຄ້ອຍຊັນ+13ເປີເຊັນ/-9ເປີເຊັນ)

ຕອນເຊົ້າ

ພະນັກງານນໍາທ່ຽວຂອງອຸທິຍານ ທີ່ເວົ້າພາສາອັງກິດ ແລະ ໂຊເຟລົດຂອງອຸທິຍານໄປຮັບເອົານັກທ່ອງທ່ຽວຢູ່ບ້ານພັກທີ່ເມືອງຮ້ຽມ ເວລາ 8ໂມງ 00 ຕອນເຊົ້າ.

ກ່ອນອື່ນໝົດ, ນັກທ່ອງທ່ຽວຈະໄປຢ້ຽມຢາມ ຫ້ອງການສູນຂໍ້ມູນຂ່າວສານຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍຢູ່ທີເມືອງຮ້ຽມ. ພະນັກງານນໍາທ່ຽວສະເໜີ ແລະ ແນະນໍາຄູ່ມືການປົກປັກຮັກສາສັດປ່າຢູ່ໃນພື້ນທີ່ອຸທິຍານແຫ່ງຊາດນໍ້າແອດ - ພູເລີຍ.

ຫລັງຈາກຂີ່ລົດໄປປະມານ 1.5 ຊົ່ວໂມງຕາມເສັ້ນທາງທີ່ງຽບສະຫງົບຜ່ານພູຜາປ່າດົງ ແລະ ບ້ານຕ່າງໆທີ່ຢູ່ອ້ອມຂ້າງອຸທິຍານແຫ່ງຊາດ, ທ່ານຈະໄປຮອດບ້ານ ນໍ້າຊອຍ.

ຈາກບ້ານນໍ້າຊອຍ, ພວກເຮົາຈະເລີ່ມຕົ້ນຍ່າງຕາມເສັ້ນທາງ 5 ກິໂລແມັດທ່ານຈະໄດ້ເຫັນການກະສິກຳຂອງປະຊາຊົນໄປຫາບ້ານນາແວນ, ເຊິ່ງເປັນບ້ານເຜົ່າຂະມຸ. ລົດ ຕັອກ ຕັອກບ້ານ (ລົດໄຖນາທີຊາວນາໃຊ້ໃນການໄຖນາປູກເຂົ້າ ແລະ ປ່ຽນເປັນພາຫະນະຂົນສົ່ງ) ກໍ່ໄດ້ມີສ່ວນຮ່ວມກັບພວກເຮົາ ແລະ ໄດ້ໃຊ້ຕ່າງເຄື່ອງ (ຂື້ນກັບຄວາມພ້ອມ). ເວລາໄປຮອດບ້ານ ນາແວນ, ທ່ານພົບກັບທີມງານ ແລະ ການແນະນຳຂອງໄກ້ນໍາທ່ຽວຂອງບ້ານ.ຮັບປະທານອາຫານທ່ຽງ ຢູ່ບ້ານນາແວນ, ທີ່ຈັດໂດຍກຸ່ມປຸງແຕ່ງອາຫານຢູ່ທີ່ສຸນຂໍ້ມຸນຂອງບ້ານທ່ອງທ່ຽວ.

ຕອນທ່ຽງ

ຫຼັງຈາກອາຫານທ່ຽງ, ພະນັກງານນໍາທ່ຽວຈະພາທ່ານຍ່າງເລາະບ້ານເພື່ອໃຫ້ທ່ານເຫັນທົ່ວບ້ານ ແລະ ທ່ານຈະໄດ້ຮັບການແນະນຳ ກ່ຽວກັບຄອບຄົວ ໂຮມສະເຕ ທີ່ທ່ານຈະໄປພັກ/ ທ່ານຈະໄດ້ກິນເຂົ້າແລງຮ່ວມກັບຄອບຄົວໂຮມສະເຕ. ຕອນບ່າຍເພີດເພີນໄປກັບການຜັກພ່ອນນໍາຊາວບ້ານ.

ຕອນແລງ - ກາງຄືນ

ຕອນແລງທ່ານຈະໄດ້ໃຊ້ເວລາຢູ່ໃນບ້ານ ແລະ ຮຽນຮູ້ປະສົບກັບຄວາມສະຫງົບສຸກຂອງຊີວິດຢູ່ໃນບ້ານທີ່ຫ່າງໄກ, ທີ່ບໍ່ມີຕາຂ່າຍໄຟຟ້າໄປເຖິງ ໃຊ້ແຕ່ໄຟຟ້ານ້ອຍໆທີ່ຈຳກັດ. ກິນເຂົ້າຮ່ວມກັບຄອບຄົວໃນທ້ອງຖິ່ນ. ທາງເລືອກ: ນຳ ເອົາຮູບພາບ ແລະ ແຜນທີ່ຈາກເຮືອນ ແລະ ການເດີນທາງຂອງທ່ານມາໃຫ້ຄອບຄົວ ໂຮມສະເຕ ຂອງທ່ານເບິ່ງ.

ໝາຍເຫດ ນອນຄ້າງຄືນ: ສາມາດເປັນແຂກໃນຄອບຄົວທ່ານທີ່ພັກອາໄສ, ຫຼືເພີດເພີນກັບຄວາມເປັນສ່ວນຕົວຫລາຍກວ່າເກົ່າ ແລະ ນອນຄ້າງຄືນໃນສູນຂໍ້ມູນນັກທ່ອງທ່ຽວໃນບ້ານ. ກະລຸນາແຈ້ງຄູ່ມືກ່ຽວກັບຄວາມຕ້ອງການຂອງທ່ານ.

ວັນ 2

ພາບລວມ

ມື້ທີ 2 ເຂົ້າໄປໃນປ່າອຸທິຍານແຫ່ງຊາດ ແລະ ເພີດເພີນໄປກັບນໍ້າຕົກຕາດຕາມເສັ້ນທາງ. ນອນຄ້າງຄືນຢູ່ແຄ້ມນອນໃນປ່າ.

(ຍ່າງ10 ກິໂລແມັດ.7 ຊົ່ວໂມງ. ຄວາມສູງ/ຕໍ່າ+850ແມັດ/-275ແມັດ. ສະເລ່ຍ. ຄ້ອຍຊັນ+12ເປີເຊັນ/-8ເປີເຊັນ)

ຕອນເຊົ້າ

ຫລັງຈາກກິນອາຫານເຊົ້າ ແລະ ທ່ານກ່າວຄໍາອໍາລາກັບຄອບຄົວໂຮມສະເຕຂອງທ່ານ, ແລ້ວພວກເຮົາອອກເດີນທາງເປັນຄັ້ງທຳອິດໃຊ້ເວລາສອງມື້ທີ່ຂຶ້ນໄປຮອດຈຸດສູງສຸດຂອງພູເລີຍ.

ເສັ້ນທາງມື້ທຳອິດຍ່າງ 5 ກິໂລແມັດ ຂຶ້ນໄປໂດຍຜ່ານບ່ອນທໍາການຜະລິດກະສິກຳຂອງປະຊາຊົນ. ພະນັກງານນໍາທ່ຽວຈະອະທິບາຍກ່ຽວກັບການເຮັດກະສິກຳໃນທ້ອງຖິ່ນ, ເຊິ່ງຊາວບ້ານໃຊ້ເປັນແຫຼ່ງອາຫານ ແລະ ສ້າງລາຍໄດ້ໃຫ້ກັບຄອບຄົວ.

ຕອນທ່ຽງ

ຫລັງຈາກຍ່າງເຂົ້າສູ່ເສັ້ນທາງອຸທະຍານແຫ່ງຊາດປະມານ 2 ຊົ່ວໂມງ,ຈົນກ່ວາມາຮອດນ້ໍາຕົກຕາດນ້ໍາຕົກຕາດທີ່ໜ້າຕື່ນຕາຕື່ນໃຈ. ຍ່າງເຂົ້າໄປປ່າອີກປະມານ 2 ຊົ່ວໂມງໄປຜ່ານປ້ອມຍາເກົ່າຂອງໜ່ວຍງານລາດຕະເວນຈົນມາຮອດສະຖານທີ່ນໍ້າຕົກຕາດອ່າງເກີທີ່ຄ້າຍຄືກັບຖ້ວຍ. ມ່ວນຊື່ນກັບການລອຍນໍ້າໃນຂະນະທີ່ພໍ່ຄົວຈະກຽມອາຫານທ່ຽງ.

ຫຼັງຈາກອາຫານທ່ຽງ, ເສັ້ນທາງດັ່ງກ່າວຍັງສືບຕໍ່ຂື້ນຂື້ນເທື່ອລະກ້າວຈົນສຸດທ້າຍໄດ້ໄປຮອດແຄ້ມທຳອິດບ່ອນທີ່ທ່ານຈະຢຸດພັກຜ່ອນໃນຕອນກາງຄືນ, ແຄ້ມຫ້ວຍ ກະເນງ. ແຄ້ມຕັ້ງຢູ່ໃກ້ໆກັບນໍ້າຕົກຕາດທີ່ທ່ານສາມາດພັກຜ່ອນແລະ ຜ່ອນຄາຍ. ຍ່າງຢ່າງງຽບໆເຂົ້າໄປບ່ອນທີ່ມີນ້ໍາຕົກທີ່ທ່ານອາດຈະເຫັນສັດບາງຢ່າງຖ້າທ່ານໂຊກດີ.

ຕອນແລງ

ພະນັກງານນໍາທ່ຽວຈະພາທ່ານໄປເບິ່ງກ້ອງດັກຖ່າຍຮູບສັດປ່າທ່ານຈະໄດ້ຢູ່ໃກ້ໆກັບພະນັກງານນໍາທ່ຽວເພື່ອຟັງຄຳແນະນຳວິທີການໃຊ້ກ້ອງດັກຖ່າຍ ແລະ ວິທີປ່ຽນກາດຫນ່ວຍຄວາມຈຳ. ເມື່ອກັບມາຮອດແຄ້ມພັກຄືນເພື່ອຮັບປະທານອາຫານພື້ນບ້ານທີ່ກຽມພ້ອມໂດຍພໍ່ຄົວຊາວບ້ານ( ເຜົ່າຂະມຸ )ອ້ອມກອງໄຟ.

ຕອນກາງຄືນ

ກາງຄືນນອນຢູ່ໃນອູ່ທີ່ມັດແຂວນຕິດກັບຕົ້ນໄມ້.

ວັນ 3

ພາບລວມ

ມື້ທີ 3. ເປັນມື້ທີ່ທ້າທາຍທີ່ສຸດ. ທີ່ຈະຕ້ອງຍ່າງຂື້ນຍອດພູເລີຍໃຫ້ໄດ້. (ຍ່າງ 12ກິໂລແມັດ. 10+ ຊົ່ວໂມງ. ຄວາມສູງ/ຕໍ່າ +1270ແມັດ/ -1250ແມັດ. ສະເລ່ຍ. ຄ້ອຍຊັນ +18ເປີເຊັນ / - 17ເປີເຊັນ)

 

 

ຕອນເຊົ້າ

ຕື່ນນອນພ້ອມກັບແສງອາທິດ ແລະ ເພີດເພີນໄປກັບອາຫານເຊົ້າກັບສຽງຮ້ອງຂອງນົກຍາມເຊົ້າ.

ມື້ນີ້ກະລູນາຕື່ນແຕ່ເຊົ້າກຽມຕົວພົບກັບສິ່ງທ້າທາຍ. ເປັນມື້ສຸດທ້າຍໃນການປີນຂື້ນຈອມພູສູງປະມານ 5-6 ຊົ່ວໂມງຂຶ້ນຮອດຈຸດສູງສຸດຈອມພູເລີຍ (ເປີ້ນພູສະເລ່ຍ + 18%), ຖັດມາຈາກບ່ອນທີ່ມີຄວາມສູງ 4,5 ຊົ່ວໂມງ (ເປີ້ນພູສະເລ່ຍ -17%). ການເດີນທາງໄລຍະສັ້ນ 12 ກິໂລແມັດຂອງມື້ນີ້ສາມາດໃຊ້ເວລາ 10 ຊົ່ວໂມງຫລືດົນກວ່ານັ້ນ!

ພູເລີຍແມ່ນປ່າພູໝອກເຊິ່ງມີເມກໝອກປົກຄຸ້ມຕະຫລອດ, ເຖີງຢ່າງໃດກໍ່ຕາມຖ້າທ່ານໂຊກດີ ທ່ານອາດຈະໄດ້ພົບກັບບັນຍາກາດທີ່ດີອາກາດປອດໂປ່ງທ້ອງຟ້າແຈ່ມໃສເປັນສີຄາມ, ທ່ານອາດຈະເຫັນທິວທັດທໍາມະຊາດທີ່ໜ້າ ຕື່ນເຕັ້ນແລະປ່າໄມ້ທີ່ໜາແລະປົກຫຸ້ມໄປດ້ວຍພູເຂົາ ຕະຫຼອດໄປ ທ່ານສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ. ກະລຸນາຢ່າເອົາຕົ້ນໄມ້ທຸກຊະນິດອອກຈາກພື້ນທີ່ຂອງຈອມພູເລີຍແລະກະລຸນາຢູ່ຕາມເສັ້ນທາງຂອງຊາວບ້ານຕະຫລອດເພື່ອບໍ່ໃຫ້ພິກຫຼົງກັນຕ້ອງຢູ່ໃນຂົງເຂດຕົ້ນໄມ້ທີ່ຫາຍາກນີ້.

ຕອນທ່ຽງ

ຫຼັງຈາກປີນພູ 6,5 ກມ (5-6 ຊົ່ວໂມງ), ມ່ວນໄປກັບການພັກຜ່ອນກິນເຂົ້າທ່ຽງໃກ້ໆກັບຈອມພູເລີຍ. ໃນນັ້ນພະນັກງານນໍາທ່ຽວຈະເປັນອະທິບາຍກ່ຽວກັບການຕິດກ້ອງແລະການປ່ຽນໜ່ວຍຄວາມຈໍາ. ພູເລີຍເປັນບ່ອນທີເຮົາຮູ້ຈັກກັນດີວ່າມັນເປັນບ່ອນທີ່ອຸດົມສົມບຸນແລະເປັນເຮືອນຮັງທີຢູ່ອາໄສຂອງສັດປ່າ ເຊິ່ງມັນເປັນໂອກາດທີ່ດີ ທີ່ຈະໄດ້ເຫັນຮູບສັດປ່າຫຼາຍຊະນິດໃນກ້ອງດັກຖ່າຍ ແລະ ທ່ານຈະໄດ້ເຫັນຮູບພາບດີໆຂອງບັນດາຊະນິດສັດທີ່ແຕກຕ່າງກັນ.

ຫລັງຈາກເພີດເພີນໄປກັບສິ່ງມະຫັດສະຈັນຂອງປ່າໄມ້ທະໝອກ, ເສັ້ນທາງລົງມາຫາຕຶກ ຕາດລອຍ, ເຊິ່ງຫ່າງຈາກຈອມພູ 5,5 ກມ (4-5 ຊົ່ວໂມງ).

ມາຮອດແຄ້ມໃນຕອນທ່ຽງ. ເພີດເພີນໄປກັບເວລາຫວ່າງເພື່ອພັກຜ່ອນແລະອາບນ້ໍາໃນແມ່ນໍ້າທີ່ໃກ້ຄຽງ.

ຕອນແລງ-ຄໍ່າ

ຮັບປະທານອາຫານພື້ນເມືອງຂອງຊົນເຜົ່າຂະມຸທີ່ກຽມພ້ອມໂດຍຜູ້ແຕ່ງກິນ ແລະ ຜູ້ເປ້ເຄື່ອງ. ຫລັງຈາກນັ້ນພັກຜ່ອນໂດຍການນັ່ງອ້ອມກ້ອງໄຟ ແລະ ປ່າດົງດິບທາງທຳມະຊາດຂອງອຸທິຍານແຫ່ງຊາດນໍ້າແອດ-ເລີຍ. ພະນັກງານນຳທ່ຽວບ້ານຈະເລົ່ານິທານ ຂະມຸ ກ່ຽວກັບມັງກອນ,ສັດປ່າ ແລະ ຜີ

ທາງເລືອກ: ຫຼັງຈາກຄ່ໍາ, ພະນັກງານຈະນໍາພາທ່ານຍ່າງກາງຄືນເປັນເວລາສັ້ນໆ (ປະມານ 30 ນາທີ) ໃກ້ໆແຄ້ມເພື່ອເບິ່ງແມງໄມ້ ແລະສັດຂະໜາດນ້ອຍອື່ນໆໃນກາງຄືນ.

ກາງຄືນ:

ນອນຢູ່ໃນອູ່ (ນຶ່ງຄົນຕໍ່ ອູ່)

ວັນ 4

ພາບລວມ

ມື້ທີ່ 3 ຍ່າງຜ່ານພູຜາໄຫມ່,ເບິ່ງສັດປ່າທີ່ຫໍຄອຍ ແລະ ນອນຄ້າງຄືນໃນເຮືອນຮັງນົກ. (12 ກິໂລແມັດ. 7 ຊົ່ວໂມງ.ຄວາມສູງ ສູງ /ຕຳ + 895ແມັດ / - 660ແມັດ. ສະເລ່ຍ. ຄ້ອຍຊັນ +11% / -

ຕອນເຊົ້າ

ຕື່ນແຕ່ເຊົ້າ, ກ່ອນອາຫານເຊົ້າຍ່າງຂື້ນພູທີ່ຢູ່ໃກ້ໆແຄ້ມເພື່ອເບິ່ງສັດປ່າຈາກກ້ອງດັກຖ່າຍທີ່ຕິດຕັ້ງໄວ້ເພື່ອເບິ່ງນົກ ແລະ ຖ້າທາ່ນໂຊກດີຈະໄດ້ຍິນສຽງຮ້ອງຂອງທະນີແກ້ມຂາວ ທີ່ມີຊື່ວ່າ ທະນີແກ້ມຂາວພາກເໜືອເຊຶ່ງເປັນສັດປ່າທີ່ຫາຍາກ.

ຫລັງຈາກນັ້ນກັບມາແຄ້ມ,ຮັບປະທານອາຫານເຊົ້າ. ມື້ນີ້ທ່ານຈະເດີນທາງຈາກພູເລີຍຜ່ານປ່າດົງ ແລະ ຂື້ນພູເຂົາໄປຫາເຮືອນຮັງນົກຕັ້ງຢູ່ໃກ້ໆກັບ ປູ່ງນຽດ ແລະ ເບິ່ງສັດປ່າທີ່ຫໍຄອຍ

ເສັ້ນທາງດັ່ງກ່າວຜ່ານປ່າໄມ້ ແລະ ພູມສັນຖານທີສວຍງາມ, ຂຸມຄອງທີ່ຍັງເຫລືອຈາກສົງຄາມ ການເດີນທາງແມ່ນ 12 km ແລະໃຊ້ເວລາປະມານ 7 ຊົ່ວໂມງ ຜ່ານຈອມພູຜາໄຫມ່ (ຄວາມສູງ 1500 ແມັດ) ແລ້ວຍ່າງຕາມເສັ້ນທາງລົງໄປຫາແຄ້ມ

ຈອມພູຜາໄຫມ່ມີທີວທັດທີ່ດີເລີດໃນເຂດອຸທິຍານແຫ່ງຊາດ ແລະ ສາມາດເບິ່ງເຫັນບ້ານ ສາກົກ ຈາກບ່ອນທີ່ເລີ່ມຕົ້ນຍ່າງ ແລ້ວ ທ່ານຈະຮັບປະທານອາຫານທ່ຽງຢູ່ທີ່ນັ້ນ ແລະ ຮັບຊົມທີວທັດທຳມະຊາດພ້ອມ.

ຕອນທ່ຽງ

ເມື່ອມາຮອດແຄ້ມເຮືອນຮັງນົກໃນຕອນທ່ຽງ ແລະ ພະນັກງານນຳທ່ຽວຈະຊີ້ໃຫ້ທ່ານເຫັນເຖິງທີ່ພັກຂອງທ່ານ - ເຮືອນຮັງນົກທີ່ແຂວນຢູ່ຕົ້ນໄມ້ ແລ້ວມາເພີດເພີນໄປກັບເວລາວ່າງໃນການພັກຜ່ອນ, ອາບນໍ້າໃນແມ່ນໍ້າທີ່ໃກ້ຄຽງ ແລະ ສົດຊື່ນກັບທຳມະຊາດ

ຕອນແລງ

ຮັບປະທານອາຫານຄໍ່າໂດຍແມ່ນອາຫານພື້ນເມືອງຂອງຊົນເຜົ່າຂະມຸທີ່ແຕ່ງຈາກກຸ່ມແຕ່ງອາຫານໃນເວລາປະມານ 6-7 ໂມງແລງ. ອາຫານຄໍ່າແມ່ນກິນຢູ່ແຄ້ມ ແລະ ບໍ່ໄດ້ຮັບອະນຸຍາດໃຫ້ເອົາອາຫານໄປກິນທີ່ຫໍຄອຍ

ຫຼັງຈາກຮັບປະທານອາຫານຄຳແລ້ວທ່ານຈະໄດ້ຮັບຄຳເນາະນຳໂດຍຫຍໍ້ກ່ຽວກັບການເບິ່ງສັດປ່າທີ່ມາກິນປຸ່ງ ເຊີ່ງມັນເປັນປຸ່ງທີ່ໃຫຍ່ທີ່ສຸດໃນເຂດອຸທິຍານແຫ່ງຊາດ ແລະ ພະນັກງານນຳທ່ຽວຈະຊີ້ແຈ້ງໃຫ້ຮູ້ກ່ຽວກັບຊະນິດສັດປ່າທີ່ມັກພົບເຫັນ ແລະ ອະທິບາຍກ່ຽວກັບກົດລະບຽບ ແລະ ຄວາມຄາດຫວັງຕໍ່ການເບິ່ງສັດປ່າ

ມັນເປັນສິ່ງສຳຄັນທີ່ຈະຕ້ອງປະຕິບັດຕາມກົດລະບຽບທີ່ແນະນຳໄວ້ເຊັ່ນ: ບໍ່ສົນທະນາກັນ, ບໍ່ກິນອາຫານໃນຫໍຄອຍ. ພວກເຮົາຈະຢູ່ທີ່ຫໍຄອຍເປັນເວລາ 2-3 ຊົ່ວໂມງ (ຂື້ນກັບທ່ານ) ຈົນກ່ວາ 11 ໂມງ 30 ນາທີ

ສັດທີ່ທ່ານອາດຈະມັກພົບເຫັນເລື້ອຍໆລວມມີ ກວາງ,ຟານ ແລະ ເຫງັນຊະນິດຕ່າງໆ ຖ້າທ່ານໂຊກດີອາດຈະເຫັນສັດທີ່ຫວງຫ້າມອື່ນໆເຊັ່ນ: ໝີ,ໜາໄນ,ແມວປ່າຫຼາຍຊະນິດ ແລະ ອື່ນໆ.

ກະລຸນາໃສ່ເຄື່ອງນຸ່ງອຸ່ນເພາະມັນເຢັນຫລາຍໃນເວລາກາງຄືນ.

ຕອນກາງຄືນ

ນອນຄ້າງຄືນໃນເຮືອນຮັງນົກ ແລະ ສອງຄົນຕໍ່ນຶ່ງຮັງເພື່ອຄວາມປອດໄພ ແລະ ຄວາມສະບາຍຂອງທ່ານ

ວັນ 5

ພາບລວມ

ມື້ທີ່ 5. ມື້ສຸດທ້າຍ ຟັງສຽງທະນີຮ້ອງຕອນເຊົ້າ ແລະ ເບິ່ງນົກ ຫຼັງຈາກນັ້ນຍ່າງອອກຈາກອຸທິຍານ ( 7 Km ຍ່າງຕາມປ່າ + 5 Km ຂີ່ລົດ ຕ໋ອກ ຕ໋ອກ. 4 ຊົ່ວໂມງຍ່າງປ່າ + 1 ຊົ່ວໂມງຂີ່ລົດ ຕ໋ອກ ຕ໋ອກ. ລະດັບຄວາມສູງ. ສູງ/ຕຳ + 420m/-460m. ໂດຍສະເລ່ຍເປີ້ນພູ +10%/-11%)

ຕອນເຊົ້າ

ກ່ອນຮັບປະທານອາຫານເຊົ້າ,ພະນັກງານນຳທ່ຽວຈະໃຫ້ທາງເລືອກສອງທາງ:

ທາງເລືອກທີ່ໜື່ງ: ຕື່ນນອນ 6 ໂມງເຊົ້າ ຍ່າງກັບໄປປຸ່ງເພື່ອເບີ່ງຮອຍຕີນສັດປ່າ ແລະ ໃຊ້ເວລາປະມານ 1 ຊົ່ວໂມງໃນຫໍຄອຍ,ເຊີ່ງມັນເປັນເວລາທີ່ດີສຳລັບການເບີ່ງນົກ ຫຼັ່ງຈາກນັ້ນໄປກັບພະນັກງານນຳທ່ຽວເພື່ອໄປເບີ່ງສັດປ່າຖືກກ້ອງດັກຖ່າຍ.

ທາງເລືອກທີ່ສອງ: ຕື່ນນອນ 5:30 Am ຍ່າງໄປຫາຈຸດຟັງສຽງທະນີປະມານ 20 ນາທີ ເພື່ອຟັງສຽງທະນີຮ້ອງ,ເພີດເພີນໄປກັບການເບີ່ງນົກ ແລະ ຕາເວັນອອກ ມາຈາກຈຸດຊົມວີວໃນຕົ້ນໄມ້. ປະມານ 6:30 ນາທີ ພະນັກງານນຳທ່ຽວພາໄປເບີ່ງສັດປ່າຈາກກ້ອງດັກຖ່າຍທີຕິດຕັ້ງໄວ້

ກັບມາແຄ້ມ,ຮັບປະທານອາຫານເຊົ້າ ແລະ ເບີ່ງຮູບສັດປ່າທີ່ໄດ້ມາຈາກກ້ອງດັກຖ່າຍທີ່ຕິດຕັ້ງໄວ້ຜ່ານມາ

 

12 ບ້ານອ້ອມຂ້າງມີສ່ວນຮ່ວມໃນໂຄງການນີ້ເຊີ່ງໄດ້ຮັບກອງທຶນພັດທະນາບ້ານໂດຍອີງໃສ່ຈໍານວນ ແລະ ຊະນິດຂອງສັດປ່າ,ແລະ ສັດປ່າທີ່ໄດ້ລະບຸໄວ້ ແລະ ເບິ່ງຮູບສັດປ່າໃນກ້ອງດັກຖ່າຍ (ຄ່າທຳນຽມແມ່ນລວມຢູ່ໃນລາຄາທົວ).

 

ເດີນທາງຈາກເຮືອນຮັ່ງນົກໄປຫາບ້ານນໍ້າປຸ່ງ

ມື້ສຸດທ້າຍຂອງການຍ່າງແມ່ນໄປຕາມເສັ້ນທາງປ່າໄມ້ 7,5 km.ຜ່ານປ້ອມຍາມ ແລະ ຍ່າງຜ່ານປ່າດົງດິບ, ປ່າປະສົມປ່ຽນໃບ ພະນັກງານນຳທ່ຽວຈະອະທິບາຍໃຫ້ຮູ້ຊະນິດພືດທີ່ເປັນຢາ ແລະ ຕິດຕາມເບິ່ງສັດປ່າຕາມເສັ້ນທາງຈາກເຮືອນຮັງນົກສູ່ບ້ານ ນໍ້າປຸ່ງ

ຕອນບ່າຍ

ການເດີນທາງມີຄວາມສູງປານກາງກ່ອນທີ່ຈະລົງມາໃນຂົງເຂດທຳການຜະລິດຂອງປະຊາຊົນ. ຢູ່ບໍລິເວນມີປ່າໄມ້ ແລະ ທົ່ງນາ, ແລ້ວທ່ານຈະໄດ້ຮັບອາຫານທ່ຽງ ລັງຈາກນັ້ນເດີນທາງດ້ວຍລົດ ຕ໋ອກ ຕ໋ອກ ໂດຍຜ່ານໄຮ່ເຂົ້າ,ທົ່ງນາ ແລະ ໄຮ່ສາລີ ປະມານ 5 km ຫາບ້ານ ນໍ້າປຸ່ງ ເຊິ່ງເປັນບ້ານຊົນເຜົ່າຂະມຸ, ລາວ  ຕັ້ງຢູ່ຂອບເຂດຊາຍແດນຂອງອຸທິຍານແຫ່ງຊາດ.

ເມື່ອຮອດບ້ານກຸ່ມບໍລິການກໍຈະສັ່ງລາທ່ານໂດຍຈະມີລົດຕູ້ມາຮັບແລ້ວກັບໄປເມືອງ ຮ້ຽມ ໃນຕອນບ່າຍ

ສິ້ນສຸດການທ່ອງທ່ຽວ

ສີ່ງທີ່ຄວນກະກຽມ

ສະພາບອາກາດ: - ສະພາບອາກາດຈະຮ້ອນລະຫວ່າງຕອນກາງເວັນ ແລະ ໜາວໃນຕອນກາງຄືນ. ແນະນໍາໃຫ້ທ່ານເອົາເຄື່ອງນຸ່ງເພີ່ມ ຕື່ມ.

ນໍ້າດື່ມ: - ໃຫ້ທ່ານຫມັ້ນໃຈວ່າພວກເຮົາສະໜອງນໍ້າດື້ມທີ່ຕົ້ມແລ້ວໃນການເດີນທາງທ່ອງທ່ຽວເປັນເວລາຫລາຍມື້.ໃຫ້ທ່ານເອົາຢາຂ້າເຊື້ອແບ໊ດເຕີເຣຍເພື່ອກັ່ນຕອງນໍ້າຂອງທ່ານເອງ.

ພວກເຮົາຂໍແນະນຳໃຫ້ທ່ານເອົາກະເປົານ້ອຍພຽງໜ່ວຍດຽວໄປນຳ ແລະ ເອົາກະເປົາໃຫຍ່ເອົາໄວ້ໃນບ້ານ ຫຼື ລົດຂອງທ່ານ

ສິ່ງທີ່ຄວນເອົາໄປນຳ:

  • ເສື້ອກັນຝົນ ຫຼື ຜ້າປົກກັນຝົນ
  • ເສື້ອກັນໜາວ (ສະເພາະເດືອນ ພະຈິກ ເຖິງ ເດືອນກຸມພາ ໜາວຫຼາຍ)
  • ໝວກກັນແດດສຳລັບກາງເວັນ ແລະ ກາງຄືນ
  • ໂສ້ງຂາຍາວສຳລັບຍ່າງປ່າ
  • ເກີບຍ່າງປ່າ ແລະ ເກີບໃສ່ສຳລັບອາບນໍ້າ
  • ເຄື່ອງນຸ່ງສຳລັບອາບນໍ້າ (ເສື້ອສັ້ນ ແລະ ເສື້ອຍືດ).ບໍ່ໃຫ້ທ່ານອາບນໍ້າແບບເປືອຍກາຍ ຫຼື ໃຊ້ບີກີນີ
  • ເຄື່ອງນຸ່ງອຸ່ນສຳລັບນອນ (ເດືອນພະຈິກ ເຖິງ ເດືອນກຸມພາ ໜາວຫລາຍ)
  • ອາຫານຫວ່າງ (ອາຫານສະຫນອງໃຫ້, ທ່ານສາມາດເອົາບາງສິ່ງບາງຢ່າງມາກິນໄດ້ເຊັ່ນວ່າ: ເຂົ້າໜົມ)
  • ຢ່າຂ້າເຊື້ອ (ສຳລັບການເດີນທາງທ່ອງທ່ຽວຫລາຍມື້ແມ່ນສະຫນອງນໍ້າຕົ້ມ)
  • ຜ້າເຊັດໂຕ
  • ຢາໄລ່ແມງໄມ້
  • ໄຟສາຍ
  • ກ້ອງສ່ອງທາງໄກ
  • ຂວດນໍ້າທີສາມາດໃຊ້ຍາວນານ (ເພື່ອຊ່ວຍພວກເຮົາຫຼຸດຜ່ອນສິ່ງເສດເຫລືອ)

ສິ່ງທີ່ປະກອບສ່ວນເຂົ້າມີ:

  • ຄ່າທຳນຽມເຂົ້າອຸທິຍານ
  • ກອງທຶນພັດທະນາບ້ານ
  • ຄ່າທຳນຽມຫ້ອງການຖະແຫຼ່ງຂ່າວ,ວັດທະນາທຳ ແລະ ທ່ອງທ່ຽວເມືອງ
  • ພະນັກງານນຳທ່ຽວຂອງອຸທິຍານ
  • ກຸ່ມບໍລິການບ້ານ: ກຸ່ມນຳທ່ຽວບ້ານ / ກຸ່ມເຮືອ, ກຸ່ມເປ້ເຄື່ອງ, ກຸ່ມແຕ່ງກິນ, ກຸ່ມຊັກເຄື່ອງ ແລະ ກຸ່ມຫັດຖະກຳ
  • ການຂົນສົ່ງຈາກເມືອງຮ້ຽມ-ບ້ານ
  • ອາຫານ ແລະ ນໍ້າດື່ມ
  • ອຸປະກອນເຄື່ອງນອນ (ເສື່ອນອນ, ມຸ້ງກັນຍຸງ, ໝອນ ແລະ ຖົງນອນ)
  • ຖົງຕີນ

ທາງເລືອກ:

  • ທ່ານສາມາດເອົາກະເປົານອນ ຫຼື ຜ້າປູທີ່ນອນຂອງທ່ານເອງໄປໄດ້ (ພວກເຮົາສະໜອງຖົງນອນ, ແຕ່ສາມາດໃຊ້ຂອງທ່ານເອງຖ້າມີ)
  • ກຸ່ມເປ້ເຄື່ອງຂອງພວກເຮົາຈະເປ້ເຄື່ອງນອນ, ຖ້າທ່ານຕ້ອງການໃຫ້ກຸ່ມເປ້ເຄື່ອງຂອງສ່ວນຕົວຂອງທ່ານ, ທ່ານອາດຈະຈ່າຍຄ່າພິເສດສຳລັບກຸ່ມເປ້ເຄື່ອງ. ກະລຸນາສອບຖາມພະນັກງານຂອງພວກເຮົາເພີ້ມຕື່ມ.

ສອບຖາມຂໍ້ມູນເພີ່ມຕື່ມກະລຸນາຕິດຕໍ່ info@namet.org