ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍແມ່ນປ່າສະຫງວນທີ່ໃຫຍ່ທີ່ສຸດແລະເປັນໜຶ່ງໃນປ່າສະຫງວນທີ່ມີຊີວະນາໆພັນຫຼາຍທີ່ສຸດໃນ ສປປລາວ. ນ້ໍາແອດ - ພູລເລີຍແມ່ນມີຄວາມເປັນເອກະລັກສະເພາະຕົວເມື່ອເວົ້າ​ເຖິງຄວາມ​ອຸດົມສົມບູນທາງປ່າໄມ້ ​ແລະ ສັດປ່າຊີວະນາໆພັນທີ່ອຸດົມສົມບູນຫຼາກຫຼາຍຊະນິດ, ເຊິ່ງຫຼາຍຊະນິດທີ່ໃກ້ຈະສູນພັນ, ລວມ​ເຖິງ ສັດຕະກູນແມວ, ໝາໄນ, ທະນີ​ແກ້ມ​ຂາວ, ຄ່າງແວ່ນຖິ່ນເໜືອ, ໝີ, ນົກກົກຄຳ, ​ແລະ ​ຍັງ​ມີ​ຈໍາພວກ​ເຫງັນຫາງຂໍ, ນາກນໍ້າ ​ແລະ ຫຼາກຫຼາຍສາຍພັນອີກຈໍານວນຫຼວງຫຼາຍ. ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍ ຍັງມີ ນົກເກືອບ 200 ຊະນິດຖືກບັນທຶກໄວ້ຢູ່ໃນບັນຊີຂອງນົກ, ​ການ​ໄດ້​ຍິນ​ສຽງຮ້ອງ​ອັນ​ມ່ວນ​ຊື່ນ​​ໃນ​ຕອນເຊົ້າຂອງສັດ​ທີ່​ໃກ້​ຈະ​ສູນພັນ ​​ລວມທັງ ນົກເຕັນກິນປາ ແລະ ນົກປະເພດອື່ນໆ...... 

ກິດຈະກໍຳການທ່ອງທ່ຽວໃນອຸທິຍານແຫ່ງຊາດບໍ່ພຽງແຕ່ເປັນໂອກາດນ້ອຍໆທີ່ຈະເຫັນບ່ອນຢູ່ອາໄສຂອງສັດປ່າ ແລະ ທຳມະຊາດເທົ່ານັ້ນເຊິ່ງມັນເປັນສ່ວນນຶ່ງຂອງສປປລາວ ທີ່ຖືກອອກແບບມາເພື່ອສະໜັບສະໜູນການດຳລົງຊີວິດຂອງປະຊາຊົນຢູ່ໃນທ້ອງຖິ່ນແລະມີຈຸດປະສົງເພື່ອສ້າງຊຸມຊົນໃຫ້ມີການຮັກການອະນຸລັກສັດປ່າ. ເຊິ່ງປະຈຸບັນຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍມີສອງຜະລິດຕະພັນການທ່ອງທ່ຽວຄື: ລາຍການລ່ອງເຮືອເບິ່ງສັດປ່າໃນຍາມກາງຄືນຢູ່ສາຍນໍ້າເນີນ ໄດ້ເປີດເປັນທາງການໃນປີ 2010 ແລະ ລາຍການຍ່າງປ່າຊົມທໍາມະຊາດທາງພູເລີຍ ເປີດເປັນທາງການໃນປີ 2016. 

ອຸທິຍານແຫ່ງຊາດນໍ້າ​ແອດ-​ພູ​ເລີຍຕັ້ງ​ຢູ່​ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອຂອງປະເທດ​ລາວ​ ເຊິ່ງກວມເອົາ 3 ​ແຂວງ​ຄື: ​ແຂວງ​ຫົວພັນ, ​ແຂວງ​ຊຽງຂວາງ ​ແລະ ​ແຂວງ ຫຼວງພະ​ບາງ, ​ເຊິ່ງ​ຖື​ໄດ້​ວ່າເປັນ​ເຂດ​ອະນຸລັກ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດລາວ.

ຫ້ອງການອຸທິຍານແຫ່ງຊາດນໍ້າແອດ-ພູເລີຍຕັ້ງຢູ່ຕົວເມືອງ ເມືອງຮ້ຽມ ແຂວງ ຫົວພັນ.

ຖ້າທ່ານເດີນທາງມາແຕ່ຫລວງພະບາງ ຫຼື ໜອງຂຽວ ທ່ານສາມາດພົບກັບພະນັກງານນໍາທ່ຽວຂອງອຸທິຍານຢູ່ເມືອງຮ້ຽມ ແລະ ຂີ່ລົດເມໄປຫາຈຸດເລີ່ມທົວໃນຕອນເຊົ້າຂອງມື້ຕໍ່ໄປ ຫຼື ທ່ານສາມາດເດີນທາງໄປຫາບ້ານ ສົ້ນຂົວເພື່ອ ພົບພະນັກງານນໍາທ່ຽວຢູ່ບ້ານສົ້ນຂົວເລີຍ. 

ຖ້າທ່ານເດີນທາງມາແຕ່ໂພນສະຫວັນ ຫຼື ຊໍາເໜືອ ທ່ານສາມາດພົບພະນັກງານນໍາທ່ຽວຂອງອຸທິຍານຢູ່ບ້ານສົ້ນຂົວເລີຍ. ເຊິ່ງລາຍການຍ່າງປ່າທັງໝົດຂອງພວກເຮົາແມ່ນເລີ່ມຢູ່ເມືອງຮ້ຽມ.

ອອກເດີນທາງຈາກຫລວງພະບາງ

ລົດເມສາທາລະນະ: ຕອນເຊົ້າ 7-8 ໂມງຂື້ນລົດເມຢູ່ຄິວລົດສາຍເໜືອຈາກຫລວງພະບາງ ແລະ ລົງຢູ່ບ້ານສົ້ນຂົວ. ລົດເມຈະມາຮອດເມືອງຮ້ຽມໃຊ້ເວລາປະມານ 10 ຊົ່ວໂມງ ແລະ ອີກ 1,5ຊົ່ວໂມງຈາກເມືອງຮ້ຽມຫາບ້ານສົ້ນຂົວ.

ລົດສ່ວນຕົວ ຫຼື ລົດຈັກ: ຈາກຫລວງພະບາງມາທາງເລກ 13 ເໜືອປະມານ 100 ກິໂລແມັດແລະລ້ຽວຂວາໄປທາງເລກ 1C ຢູ່ສາມແຍກປາກມອງ ( ຕິດຕາມເບິ່ງປ້າຍຊີ້ບອກເສັ້ນທາງໄປທາງໜອງຂຽວ ). ເດີນທາງໄປ 200 ກິໂລແມັດໄປຕາມເສັ້ນທາງເລກ 1C ທາງຕາເວັນອອກສຽງເໜືອໄປທາງ ເມືອງ ຮ້ຽມ. ຂັບລົດປະມານ 9-10 ຊົ່ວໂມງ.

ອອກເດີນທາງຈາກໜອງຂຽວ 

ລົດເມສາທາລະນະ: ຂື້ນລົດເມຈາກຫລວງພະບາງຫາຊໍາເໜືອ ຈະມາຮອດໜອງຂຽວປະມານ 12 ໂມງຕອນສວາຍ ທ່ານສາມາດມາລົງຢູ່ເມືອງຮ້ຽມເຊີ່ງເປັນບ່ອນທີ່ຕັ້ງຂອງຫ້ອງການອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ແລະ ນອນຄ້າງຄືນທີ່ນີ່ ( ຂີ່ລົດເມ ຫາ ເມືອງຮ້ຽມ ແມ່ນໃຊ້ເວລາປະມານ 5-6 ຊົ່ວໂມງ ), ຫຼື ທ່ານສາມາດເດີນທາງຕໍ່ໄປບ້ານສົ້ນຂົວ ( ອີກ 1,5 ຊົ່ວໂມງອອກຈາກ ເມືອງຮ້ຽມ ) ບ່ອນທີ່ທ່ານສາມາດນອນຄ້າງຄືນຢູ່ເຮືອນປະຊາຊົນ ( ໂຮມສະເຕ ).

ລົດສ່ວນຕົວ ຫຼື ລົດຈັກ: ເດີນທາງຈາກໜອງຂຽວ 175 ກິໂລແມັດໄປຕາມເສັ້ນທາງເລກ 1C ທາງຕາເວັນອອກສຽງເໜືອ ຫາ ເມືອງຮ້ຽມ. ໃຊ້ເວລາ 5 ຊົ່ວໂມງ.

ເດີນທາງຈາກຊໍາເໜືອ 

ລົດເມສາທາລະນະ: ມີລົດເມນ້ອຍອອກຈາກຄິວລົດເມຊໍາເໜືອຫາເມືອງຮ້ຽມທຸກໆມື້ອອກ 7-8 ໂມງເຊົ້າ.ເດີນທາງໃຊ້ເວລາປະມານ 3,5 – 4ຊົ່ວໂມງ.

ລົດສ່ວນຕົວ ຫຼື ລົດຈັກ: ໄປຕາມເສັ້ນທາງເລກ 6 ໄປທາງທິດຕາເວັນຕົກສຽງໃຕ້ ຫາເມືອງຄໍາ ຫຼື ໂພນສະຫວັນໄປທາງຂວາ ຜ່ານສາມແຍກບ້ານກໍຮິ້ງແລະໄປຕາມເສັ້ນທາງເລກ 1C ອີກ 7 ກິໂລແມັດ.

 ອອກເດີນທາງຈາກໂພນສະຫວັນ

ລົດເມສາທາລະນະ: ມີລົດເມອອກຈາກໂພນສະຫວັນ 8.30 ຕອນເຊົ້າໃນທຸກໆມື້ ຢູ່ທີ່ “ຄິວລົດເມ ແຂວງ ຊຽງຂວາງ” ມາຈອດຢູ່ສາມແຍກກໍຮິ້ງ ແລະ ມີຊາວບ້ານຈະໄປຮັບທ່ານໄປບ້ານສົ້ນຂົວ ຫຼື ຖ້າທ່ານມີມື້ພັກຍາວທ່ານສາມາດເດີນທາງໄປຊໍາເໜືອເພື່ອໄປຢ້ຽມຢາມທ່ຽວຊົມເບິ່ງຖໍ້າຢູ່ວຽງໄຊ ແລະ ຫຼັງຈາກນັ້ນຂີ່ລົດເມຈາກວຽງໄຊຫາຄິວມົດເມຊໍາເໜືອ ແລະ ຂີ່ລົດເມຈາກຊໍາເໜືອຫາບ້ານສົ້ນຂົວໃນມື້ຕໍ່ໄປເພື່ອເລີ່ມເຮັດກິດຈະກໍາ.

ລົດສ່ວນຕົວ ຫຼື ລົດຈັກ: ໄປຕາມເສັ້ນທາງເລກ 6 ໄປທິດຕາເວັນຕົກສຽງໃຕ້ ຫາ ຊໍາເໜືອເສັ້ນທາງຜ່ານເມືອງຄໍາ ຜ່ານສາມແຍກ ບ້ານ ກໍຮິ້ງແລະໄປຕາມເສັ້ນທາງເລກ 1C ໄປອີກ 7 ກິໂລແມັດ.

ອອກເດີນທາງຈາກຈຸດທ່ອງທ່ຽວລ່ອງເຮືອເບິ່ງສັດປ່າໃນຍາມກາງຄືນ ບ້ານ ສົ້ນຂົວ

ລົດເມສາທາລະນະ: ລົດເມໄປຫລວງພະບາງ, ໜອງຂຽວ, ຊໍາເໜືອ ແລະ ໂພນສະຫວັນ ຜ່ານບ້ານສົ້ນຂົວທຸກໆມື້ໃນເວລາປະມານ 9:30-12 ໂມງຕອນທ່ຽງ. ກະລູນາແຈ້ງພະນັກງານນໍາທ່ຽວຂອງພວກເຮົາກ່ຽວກັບແຜນການເດີນທາງຂອງທ່ານໃນມື້ຕໍ່ໄປ ກ່ອນເລີ່ມທົວ ເພື່ອພະນັກງານນໍາທ່ຽວຈະໄດ້ລັດລົດເມໃຫ້ທ່ານຖືກເວລາ.

ຈອງທົວໄດ້ທີ່ນີ້ ❯❯