ພົບກັບ ເລີສະປາ ທີ່ໂຮງເເຮມ ສາມນາກາ ທາງໂຮງເເຮມໄດ້ໃຊ້ຜະລິດຕະພັນທີ່ສະອາດ ເເລະ ບໍລິສຸດຈາກທໍາມະຊາດ ເພື່ອເພີ່ມປະສົບການສຸດພິເສດຂອງທ່ານໃນການນວດ. ທາງໂຮງເເຮມ ມີວິທີການຮັກສາທີ່ຫຼາກຫຼາຍໄວ້ໃຫ້ທ່ານເລືອກຕາມຄວາມຕ້ອງການ, ບໍ່ວ່າທ່ານຈະນວດສະເພາະຈຸດ ຫຼື ເເບບຜ່ອນຄາຍ, ຮັບຮອງວ່າທ່ານຈະໄດ້ຮັບການບໍລິການທີ່ປະທັບໃຈ ເເລະ ບັນຍາກາດສຸດພິເສດໃນຫຼວງພະບາງ.
ພາບລວມ
ເພື່ອສະເຫີຼມສະຫລອງທຣິບສຸດພິເສດຂອງທ່ານເຮົາຂໍເເນະນຳ ເລີສະປາ ທີ່ໂຮງເເຮມສາມນາກາ ພົບກັບສະປາສຸດຫຼູໃຈກາງເມືອງນະຄອນຫຼວງພະບາງ, ເຮົາໄດ້ໃຊ້ຜະລິດຕະພັນຈາກທໍາມະຊາດ ເເລະ ຜູ້ຊ່ຽວຊານໃນການນວດເເບບຕ່າງໆໄວ້ຄອຍບໍລິການທ່ານ. ທ່ານສາມາດໝັ້ນໃຈໃນການບໍລິການໃຫ້ທ່ານນວດເພື່ອຜ່ອນຄາຍຄວາມເມື່ຶອຍລ້າ, ໂດຍມີຜູ້ຊ່ຽວຊານທີ່ໄດ້ຮັບການອົບຮົມມາເປັນຢ່າງດີເພື່ອປົນລະນີຍາບັດຮ່າງກາຍຂອງທ່ານໃຫ້ຜ່ອນຄາຍຢ່າງສົມບູນເເບບ.
ການແນະນຳໃນການນຸ່ງຖື
ໃສ່ເສື້ອຜ້າສະບາຍໆ
ສິ່ງທີ່ຄວນຮູ້
ເປີດທຸກມື້ ຕັ້ງເເຕ່ 09:00 ເຊົ້າ - 20:00 ເເລງ